ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ມອບອຸປະກອນການແພດ ໃຫ້ກະຊວງປ້ອງກັນປະເທດ ເພື່ອຕ້ານການແຜະລະບາດ ຂອງພະຍາດ ໂຄວິດ -19
ເວລາອອກຂ່າວ: 2020-04-16 16:21:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 668 | ຄວາມນິຍົມ: ![]()
ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ (ບໍລິສັດ ດອກງິ້ວຄໍາ) ໄດ້ນໍາເອົາອຸປະກອນການແພດທີ່ຈໍາເປັນຄື: ແຜອັດປາກ ຈໍານວນ 30.000 ອັນ, ລວມມູນຄ່າເປັນເງິນ 90 ລ້ານກີບ. ມາມອບໃຫ້ກະຊວງປ້ອງກັນປະເທດ, ໃນວັນທີ 16 ເມສາ 2020, ຢູ່ທີ່ ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ເພື່ອເປັນສ່ວນໜຶ່ງໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ -19, ຕາງໜ້າ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່າວມອບໂດຍທ່ານ ສຸຫານ ຜູ້ຈັດການບໍລິສັດ ດອກງິ້ວຄໍາ ແລະ ຕາງໜ້າກະຊວງປ້ອງກັນປະເທດ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຮອງຫົວໜ້າ ກົມໃຫຍ່ເຕັກນິກ ກອງທັບ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ສຸຫານ ໄດ້ກ່າວວ່າ: ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດຢູ່ ສປປ ລາວ ຂອງພວກເຮົາ ຄະນະເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍມີຄວາມເປັນຫ່ວງເປັນໃຍປະຊາຊົນລາວທຸກທົ່ວໜ້າກໍ່ຄືນາຍ ແລະ ພົນທະຫານກອງທັບປະຊາຊົນລາວ, ສະນັ້ນ ບໍລິສັດ ດອກງິ້ວຄໍາ ພວກເຮົາຈຶ່ງໄດ້ຫາວິທີທາງຊ່ວຍເຫຼືອ ແລະ ຮີບໂຮມໄດ້ອຸປະກອນການແພດທີຈໍາເປັນຈໍານວນໜຶ່ງມາມອບໃຫ້ກອງທັບປະຊາຊົນລາວ, ແລະ ຫວັງວ່າ ເຖິງວ່າເຄື່ອງທີ່ພວກເຮົາຊ່ວຍເຫຼືອເປັນຈໍານວນບໍ່ຫຼາຍ ແຕ່ພວກເຮົາກໍຄິດວ່າຈະເປັການຊ່ວຍຕ້ານພະຍາດໂຄວິດ -19 ໄດ້ບໍຫຼາຍກໍໜ້ອຍ ແລະ ຂໍໃຫ້ ປະເທດລາວເຮົາຜ່ານພົ້ນວິກິດນີ້ໄປດ້ວຍດີ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍຄື ບໍລິສັດ ດອກງິ້ວຄໍາ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນມາມອບໃຫ້ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19, ພ້ອມທັງໃຫ້ສັນຍາວ່າ ຈະນໍາເອົາອຸປະກອນດັ່ງກ່າວນີ້ ໄປນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນສູງສຸດ.
ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















