ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ທ່ານເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດ COVID-19 ຢູ່ 4 ເມືອງເໜືອ
ເວລາອອກຂ່າວ: 2020-04-17 16:10:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 668 | ຄວາມນິຍົມ:



ດ້ວຍຄວາມເປັນຫ່ວງເປັນໄຍຂອງການນຳແຂວງ ໄຊຍະບູລີກໍຄືຄະນະສະເພາະກິດຂັ້ນແຂວງ ໃນການເຝົ້າລະວັງເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນ ພະຍາດ COVID-19, ສະນັ້ນໃນລະຫວ່າງວັນທີ 9-12 ເມສາ ນີ້, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ຢູ່ 4 ເມືອງເໜືອຄື: ເມືອງ ຄອບ, ເມືອງ ຊຽງຮ່ອນ, ເມືອງ ເງິນ ແລະ ເມືອງ ຫົງສາ. ການລົງເຄື່ອນໄຫວຄັ້ງນີ້ ທ່ານເຈົ້າແຂວງແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ແລະ ມາດຕະການໃນການຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ຂອງແຕ່ລະເມືອງ, ໂດຍລວມແລ້ວການເຝົ້າລະວັງຕ້ານ ແລະ ສະະກັດກັ້ນຂອງພະຍາດໂຄວິດ19 ເຊິ່ງທັງ 4 ເມຶອງແມ່ນໄດ້ການແຕ່ງຕັ້ງອະນຸກຳມະການສະເພາະກິດໃນການຕິດຕາມກວດກາ ກັ່ນກອງຄົນເຂົ້າອອກເມຶອງໂດຍສະເພາະແມ່ນແຮງງານລາວທີ່ມາຈາກປະເທດມີການລະບາດ ໂດຍໄດ້ມີການກຳນົດສະຖານທີ່ກັກໂຕເອງແຍກປ່ຽວ ເປັນເວລາ 14 ວັນ ເພື່ອຕິດຕາມອາການ, ສະເພາະຢູ່ 4 ເມືອງເໜືອຂອງແຂວງ ໄຊຍະບູລີ ມີແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ, ຈາກຕ່າງເມືອງ ແລະ ຕ່າງແຂວງ ພາຍໃນປະເທດ ມີທັງໝົດ ເກືອບ 2.000 ຄົນ, ຍິງ 700 ຄວ່າຄົນ, ຈໍານວນດັ່ງກ່າວແມ່ນໄດ້ເອົາເຂົ້າສູນຢູ່ແຕ່ລະເມືອງໃຫ້ຄົບກໍານົດ 14 ວັນ ແລະ ອອກຈາກສູນແລ້ວມີ 1.000 ກວ່າຄົນ, ສໍາລັບກິດຈະກໍາແຕ່ລະວັນຢູ່ແຕ່ລະສູນແມ່ນໄດ້ລົງຕິດຕາມ, ກວດກາສຸຂະພາບ, ແທກອຸນຫະພູມ, ໃຫ້ຄໍາແນະນໍາສຸຂະສືກສາ, ການກິນຢູ່, ວາງລະບຽບການພົວພັນລະຫວ່າງຜູ້ຖືກແຍກປ່ຽວດ້ວຍກັນ ແລະ ໄດ້ອອກໃບຢັ້ງຢືນທາງການແພດໃຫ້ກັບບຸກຄົນທີ່່ຜ່ານການກັກຕົວແຍກປ່ຽວຄົບກໍານົດ 14 ວັນທີ່ບໍ່ມີອາການຫຍັງທີ່ເຂົ້າເຄື່ອຂ່າຍຂອງພະຍາດ COVID-19,ນອກນີ້ຢູ່ແຕ່ລະເມືອງແມ່ນໄດ້ມີການໂຄສະນາ, ເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຜ່ານວິທະຍຸ, ໂທລະໂຄ່ງຂອງແຕ່ລະບ້ານ, ເພື່ອໃຫ້ຄວາມຮູ້ວິທີການຕ້ານ ແລະ ສະກັດກັ້ນ ພະຍາດ COVID-19D ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການນໍາ ແລະ ໜ່ວຍສະເພາະກິດຂອງແຕ່ລະເມືອງທີ່ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06 ຂອງນາຍົກລັດຖະມົນຕີຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19, ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາ ແລະ ໜ່ວຍສະເພາະກິດຂອງແຕ່ລະເມືອງຈົ່ງສືບຕໍ່ເຝົ້າລະວັງ, ຄຸ້ມຄອງແຮງງານທີ່ກັບຈາກຕ່າງປະເທດໃຫ້ກັກຕົວແຍກປ່ຽວຕາມທີ່ຂັ້ນເທິງໄດ້ກໍານົດ, ເພີ່ມທະວີປ້ອງກັນ ແລະ ສະກັດກັ້ນຕໍ່ພະຍາດ COVID-19 ໃຫ້ດີ, ປະຕິບັດຕາມຄໍາສັ່ງ 06 ໃຫ້ເຂັ້ມງວດ, ສືບຕໍ່ສຸຂະສືກສາ, ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍ ແລະ ວິທີປ້ອງກັນ, ກະກຽມສະຖານທີກັກກັນແຮງງານທີ່ກັບຈາກຕ່າງປະເທດ ແລະ ພາຍໃນປະເທດໃຫ້ພຽງພໍ, ພ້ອມດຽວກັນຕ້ອງໄດ້ລົງຊຸກຍູ້ປະຊາຊົນບັນດາເຜົ່າໃຫ້ສືບຕໍ່ທໍາການຜະລິດ ດ້ວຍການປູກພືດສະບຽງອາຫານ, ລ້ຽງສັດ, ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງ ແລະ ກະກຽມແກ່ການຜະລິດເຂົ້ານາປີ, ທັງນີ້ກໍ່ເພື່ອຮັບປະກັນດ້ານສະບຽງອາຫານ, ເມື່ອພົ້ນວິກິດຄັ້ງນີ້ແລ້ວແມ່ນສາມາດກຸ້ມຕົນເອງໄດ້, ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ແລະ ວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ, ຈາກນັ້ນ; ທ່ານເຈົ້າແຂວງກໍ່ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈປະຊາຊົນທີ່ເຂົ້າສູນກັກຕົວເອງ 14 ວັນຢູ່ບັນດາສູນຂອງແຕ່ລະເມືອງ ແລະ ຢ້ຽມຢາມສະຖານທີ່ຜະລິດລະດູແລ້ງຂອງປະຊາຊົນຕື່ມອີກ. ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ