5 ມື້ແລ້ວທີ່ ສປປ ລາວ ກວດບໍ່ພົບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19
ເວລາອອກຂ່າວ: 2020-04-17 16:13:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 643 | ຄວາມນິຍົມ: ![]()
ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫລງຂ່າວ ໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ລາຍງານສະພາບການ COVID-19 ໃຫ້ຮູ້ວ່າ: ມາຮອດເວລາ 5 ໂມງແລງ ຂອງວັນທີ 16 ເມສາ 2020 ສປປ ລາວ ມີຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1,110 ຄົນ, ຜູ້ເດີນທາງ ຜ່ານດ່ານລາວ-ໄທ ທັງໝົດ 395 ຄົນ, ໃນນັັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 05 ຄົນ, ເຫຼືອນັ້ນແມ່ນ ພະນັກງານຂັບລົດບັນທຸກຂົນສິນຄ້າ, ຜູ້ເດີນທາງ ຜ່ານດ່ານລາວ-ຈີນ ທັງໝົດ 240 ຄົນ, ທັງໝົດ ແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ, ຜູ້ເດີນທາງ ຜ່ານດ່ານລາວ-ຫວຽດ ທັງໝົດ 475 ຄົນ, ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ, ຜູ້ເດີນທາງ ຜ່ານສະໜາມບິນ 00 ຄົນ, ໃນທຸກດ່ານ ແມ່ນໄດ້ກວດວັດ ອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້
ການເຝົ້າລະວັງ ແລະ ວິເຄາະ ວັນທີ 16 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 10 ຄົນ, ໃນນີ້ ມີ ນະຄອນຫຼວງວຽງຈັນ 08 ຄົນ ແລະ ສະຫວັນນະເຂດ 02 ຄົນ ເຊິ່ງແມ່ນແຮງງານລາວ ທີ່ກັບມາແຕ່ໄທ. ຜົນກວດທັງໝົດ 10 ກໍລະນີ ບໍ່ພົບເຊື້ອ. ນັບແຕ່ເດືອນມັງກອນ ຮອດ ວັນທີ 16 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1,291 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (05 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອ), ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ - 16 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 260 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 53 ຄົນ, ໃນນີ້ ຢູ່ນະຄອນຫຼວງວຽງຈັນ 27 ຄົນ (ໃນນັ້ນ 14 ຄົນ ແມ່ນຕິດຕາມຢູ່ບ້ານ ແລະ ອີກ 13 ຄົນແມ່ນຕິດຕາມຢູ່ໂຮງໝໍ 103), ແຂວງ ໄຊສົມບູນ 26 ຄົນ (ທັງໝົດຕິດຕາມຢູ່ ແຄ້ມພູຄຳ), ສຳລັບ ການຕິດຕາມ ສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິເວນ ຢູ່ເຮືອນ ໃນທົ່ວປະເທດ, ເລີ້ມແຕ່ວັນທີ 20 ມີນາ 2020 ມີແຮງງານລາວຈໍານວນຫຼວງຫຼາຍ ຈາກປະເທດໄທໄດ້ກັບເຂົ້າມາລາວ ຕາມຈຸດຜ່ານແດນຕ່າງໆ ມີທັງໝົດ 113,404 ຄົນ, ອໍານາດການປົກຄອງ ໄດ້ມີການຈັດຕຽມສະຖານທີຈໍາກັດບໍລິເວນໃນແຕ່ລະເມືອງ, ກຸ່ມບ້ານທົ່ວປະເທດມີ 2,142 ສູນ ເຊິ່ງຮອງຮັບແຮງງານທັງໝົດ 68,534 ຄົນ ແລະ ໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນ 44,870 ຄົນ, ມາຮອດວັນທີ 16 ເມສາ 2020 ທົ່ວປະເທດ ຍັງມີ 1,483 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 41,105 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 14,298 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ ມີທັງໝົດ 119 ຄົນ. ທັງໝົດບໍ່ພົບເຊື້ອ. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ, ຈໍານວນ 03 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ. ຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.
ສໍາລັບ ສະພາບການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 17 ເມສາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 210 (ປະເທດ/ເຂດ). ມີກໍລະນີຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 2,178,848 (ໃໝ່ 103,316)ເສຍຊິວິດ 145,359 (ໃໝ່ 11,073), ປິ່ນປົວຫາຍດີ 546,743 ຄົນ (ໃໝ່ 37,166)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















