ກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ການລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2020-04-20 12:10:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 714 | ຄວາມນິຍົມ: ![]()
ໃນວັນທີ 20 ເມສາ 2020 ຄະນະສະເພາະກິດດ້ານເສດຖະກິດເພື່ອແກ້ໄຂຜົນກະທົບການແຜ່ລະບາດພະຍາດອັກເສບປອດສາຍພັນໃຫມ່ໂຄວິດ-19ໄດ້ຈັດກອງປະຊຸມຂື້ນທີ່ກະຊວງແຜນການ ແລະການລົງທຶນໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ,ມີບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ສະພາອຸດສາກະກຳ ແລະການຄ້າ ແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ ແມ່ນໄດ້ສຸມໃສ່ຄົ້ນຄວ້າ ປືກສາຫາລື ປະກອບຄຳຄິດເຫັນ ຕໍ່ບົດລາຍງານຂອງຄະນະສະເພາະກິດດ້ານເສດຖະກິດ ເພື່ອກະກຽມລາຍງານຕໍ່ກອງປະຊຸມລັດຖະບານ, ກອງປະຊຸມໄດ້ຮັບຟັງການລາຍງານ ແລະຕີລາຄາການເຄື່ອນໄຫວວຽກງານຂອງຄະນະຮັບຜິດຊອບແຕ່ລະຫນ່ວຍງານ ທີ່ຕິດພັນກັບວຽກງານດ້ານເສດຖະກິດ ເປັນຕົ້ນບັນດາຂໍ້ສະເຫນີເພື່ອແກ້ໄຂຜົນກະທົບຂອງມາດຕະການ ປ້ອງກັນແລະຄວບຄຸມຂອງພະຍາດໂຄວິດ-19ຕໍ່ພາກທຸລະກິດ. ພ້ອມທັງບັນຫາອື່ນໆ ທີ່ປີ່ນອ້ອມຕໍ່ຂົງເຂດເສດຖະກິດລາວເຮົາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















