ກອງພັນໃຫຍ່ 644 ຈັດຕັ້ງປ້ອງກັນ, ຄວບຄຸມ, ຕ້ານການແຜ່ລະບາດພະຍາດ COVID–19
ເວລາອອກຂ່າວ: 2020-04-27 17:30:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ: ![]()
ພາຍຫຼັງໄດ້ຮັບຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດເລກທີ 1712/ກປທ ລົງວັນທີ 26 ມີນາ 2020 ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ຕ້ານພະຍາດ COVID – 19 . ກໍຄືແຈ້ງການຂອງພາກສ່ວນທີ່ກ່ຽວຂ້ອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ 644 ໄດ້ຈັດຕັ້ງໜ່ວຍງານຄະນະສະເພາະກິດຂື້ນຢ່າງເປັນທາງການໂດຍສະເພາະແມ່ນກຳລັງແພດ - ໝໍຈາກຂະແໜງເສນາຮັກ ແລະ ໂຮງໝໍ 10 ຕຽງກອງພັນໃຫຍ່ 644 ເພື່ອຈັດຕັ້ງປະຕິບັດມາດຕາກນາປ້ອງກັນ-ຄວບຄຸມຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວຂຶ້ນ.
ໃນການປະຕິບັດໃນຄັ້ງນີ້ ກໍ່ເພື່ອເປັນການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ , ຄະນະສະເພາະກິດຂອງກອງພັນໃຫຍ່ 644 ແມ່ນໄດ້ເອົາໃຈໃສ່ຢ່າງເຂັ້ມງວດຕາມຄຳສັ່ງຂອງຜູ້ບັນຊາ , ບັນດາສະຫາຍພະນັກງານ - ນັກຮົບທົ່ວກົມກອງກ່ອນເຂົ້າອອກປະຕູໂຂງທຸກຄັ້ງຕ້ອງໄດ້ຜ່ານການກວດ - ວັດແທກອຸ່ນຫະພູມຂອງຮ່າງກາຍຈາກນັ້ນກໍໄດ້ລ້າງມືດ້ວຍນ້ຳຢາຂ້າເຊື້ອແລ້ວຈຶ່ງເຂົ້າການຕາມປົກກະຕິ . ທັງນີ້ກໍ່ເພື່ຶອເຮັດໃຫ້ການຈັດຕັ້ງປະຕິບັດ , ກໍຄືມາດຕະການ ການປ້ອງກັນ ແລະ ຄວບຄຸມພະຍາດໃຫ້ມີປະສິດທິພາບ . ບັນດາສະຫາຍພະນັກງານ - ນັກຮົບທຸກຄົນກໍ່ໄດ້ເອົາໃຈໃສ່ເປັນເຈົ້າການໃຫ້ຄວາມຮ່ວມມືເປັນຢ່າງດີ. ພ້ອມນີ້ຄະນະໜ່ວຍງານສະເພາະກິດຫຼືກຳລັງແພດໝໍກອງພັນໃຫຍ່ 644 ຍັງໄດ້ລົງເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນ - ຄວບຄຸມຢູ່ບັນດາກົມກອງອ້ອມຂ້າງທີ່ຂື້ນກັບອົງການກອງພັນໃຫຍ່ 644 ຢ່າງທົ່ວເຖິງໃນແຕ່ລະວັນ .
ຜ່ານການປະຕິບັດໜ້າທີ່ກໍ່ຄືການປ້ອງກັນ - ກວດກາຄວບຄຸມ ແລະ ເຝົ້າລະວັງຂອງໜ່ວຍງານດັ່ງກ່າວທົ່ວກົມກອງນັບແຕ່ເດືອນເມສາ 2020 ເປັນຕົ້ນມາເຖິງປັດຈຸບັນກໍ່ຍັງບໍ່ມີສະຫາຍໃດມີອາການຜິດປົກກະຕິ ແລະ ຄວາມສ່ຽງຕໍ່ພະຍາດດັງກ່າວ . ຍ້ອນບັນດາສະຫາຍພະນັກງານ - ນັກຮົບທຸກຄົນໄດ້ພ້ອມກັນເອົາໃຈໃສ່ເຊື່ອມຊຶມຈັດຕັ້ງປະຕິບັດຕາມຄຳສັ່ງແນະນຳຂອງຂັ້ນເທິງກໍ່ຄືຄຳສັ່ງຂອງຜູ້ບັນຊາກອງພັນໃຫຍ່ 644 ວາງອອກການໄປ - ມາ ກໍ່ຢູ່ໃນຂອບເຂດຈຳກັດຕາມລະບຽບຫຼັກການທີ່ໄດ້ວາງອອກ .
( ແອນ້ອຍ ໝື່ນລາດ )
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















