ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດຕ່າງໆ
ເວລາອອກຂ່າວ: 2020-04-27 17:34:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 738 | ຄວາມນິຍົມ:



ວັນທີ່ 27 ເມສາ 2020 ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ຕາງໜ້າຄະນະສະເພາະກິດ ມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ໄຮເທຣາ ຜູ້ຜະລິດອຸປະກອນການການແພດແຫ່ງ ສປ ຈີນ ແລະ ບໍລິສັດ ຄໍາໄພຊະນະ. ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງບໍລິສັດທັງສອງ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນໃນການປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດໃນຄັ້ງນີ້, ໃນນີ້ມີ ອຸປະກອນການແພດ ແລະ ຜ້າອັດປາກ ຈໍານວນ 20 ແກດ, ລວມມູນຄ່າ 10.000 ໂດລາສະຫະລັດ. ທ່ານຍັງກ່າວຕື່ມອີກວ່າ: ຈະນໍາເອົາອຸປະກອນດັ່ງກ່າວ ໄປແຈກໃຫ້ບັນດາຫ້ອງການ, ກົມກອງ ເພື່ອນໍາໃຊ້ເຂົ້າໃນວຽກງານການປ້ອງກັນແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ