ຜູ້ແທນສະພາແຫ່ງຊາດລາວ ປະຊຸມສະເພາະກິດ ກ່ຽວກັບກ່ຽວກັບການແຜ່ລະບາດຂອງພະຍາດ Covid-19 ໃນເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ ຜ່ານລະບົບອອນລາຍ
ເວລາອອກຂ່າວ: 2020-04-28 12:49:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 615 | ຄວາມນິຍົມ: ![]()
ຜູ້ແທນສະພາແຫ່ງຊາດລາວ ທ່ານ ປອ. ນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງ ຄົມ ໄດ້ສຳເລັດ ປະຊຸມສະເພາະກິດ ກ່ຽວກັບການແຜ່ລະບາດຂອງພະຍາດອັກເສບປອດ Covid-19 ຂອງເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ ກ່ຽວກັບສຸຂະພາບໂລກ ຜ່ານລະບົບອອນລາຍ (Video Conference), ໃນວັນທີ 23 ເມສາ 2020, ເລີ່ມແຕ່ເວລາ 11:00-13:00 ໂມງ ຕາມເວລາທ້ອງຖິ່ນຂອງນະຄອນ ຫຼວງມະນີລາ ປະເທດຟີລິບປິນ.
ກອງປະຊຸມດັ່ງກ່າວໄດ້ເປີດຢ່າງເປັນທາງການໂດຍການເປັນປະທານຂອງພະນະທ່ານ ກີໂຊ ຕາເກິມ ປະທານເວທີລັດຖະສະພາອາຊີ-ປາຊີຟິກ ກ່ຽວກັບສຸຂະພາບໂລກ, ເອກອັກຄະລັດຖະທູດສຸຂະພາບ ຂອງອົງການອະນາໄມໂລກ, ສະມາຊິກສະພາອາຫານແຫ່ງຊາດຍີ່ປຸ່ນ. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ຫົວໜ້າ ຝ່າຍຄຸ້ມຄອງໂຄງການອົງການອະນາໄມໂລກປະຈຳພາກພື້ນອາຊີ-ປາຊິຟິກຕາເວັນຕົກ; ຫົວໜ້າອົງການອະນາໄມໂລກປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຫົວໜ້າອົງການອະນາໄມໂລກປະຈຳພາກພື້ນປາຊີຟິກຕາເວັນຕົກ; ບັນດາລັດຖະມົນຕີ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ ເຊິ່ງເປັນສະມາຊິກສະພາແຫ່ງຊາດ ເຂົ້້າຮ່ວມທັງໝົດ 30 ປະເທດ. ນອກນັ້ນ, ຍັງມີວິຊາການ ແລະ ກອງເລຂາຈາກອົງການອານາໄມໂລກປະຈຳພາກພື້ນອາຊີ-ປາຊີຟິກ ຕາເວັນຕົກຈຳນວນໜຶ່ງເຂົ້າຮ່ວມ.
ປະທານເວທີລັດຖະສະພາອາຊີ-ປາຊີຟິກ ໄດ້ມີຄຳເຫັນກ່າວເປີດວ່າ ການແຜ່ລະບາດຂອງພະຍາດ Covid-19 ແມ່ນເປັນວົງກວ້າງ ແລະ ຮ້າຍແຮງ ຊຶ່ງສົ່ງຜົນກະທົບບໍ່ສະເພາະຕໍ່ດ້ານ ສຸຂະພາບ ແຕ່ຍັງສົ່ງຜົນກະທົບຕໍ່ດ້ານເສດຖະກິດ-ສັງຄົມ ອີກດ້ວຍ. ບັນດາປະເທດໃນພາກພື້ນໄດ້ສຸມທຸກຄວາມພະຍາຍາມ ແລະ ມີການຮ່ວມມືກັບບັນດານາໆປະເທດ ເພື່ອຕໍ່ສູ້ກັບພະຍາດດັ່ງກ່າວ ເພື່ອເຮັດໃຫ້ປະຊາຄົມໂລກມີຄວາມປອດໄພ ແລະ ໝັ້ນຄົງ ແລະ ສະມາຊິກລັດຖະສະພາ ເຊິ່ງເປັນຕົວແທນຂອງໝົດທຸກຄົນ ຈະຕ້ອງໄດ້ຊຸກຍູ້ ແລະ ເຕົ້າໂຮມຄວາມສາມັກຄີຂອງທຸກພາກສ່ວນທັງພາກລັດ ແລະ ສັງຄົມ ເພື່ອຢັບຢັ້ງການແຜ່ລະບາດໃນຄັ້ງນີ້.
ກອງປະຊຸມຍັງໄດ້ມີການຮັບຟັງການລາຍງານສະພາບການ ແຜ່ລະບາດຂອງພະຍາດອັກເສບປອດ Covid-19 ຢູ່ພາກພື້ນອາຊີ-ປາຊີຟິກ, ສະພາບບັນຫາໃນການຮັບມືກັບ ການແຜ່ລະບາດຂອງພະຍາດອັກເສບປອດ Covid-19 ຊຶ່ງສະເໜີໂດຍອົງການອະນາໄມໂລກ; ໄດ້ມີການແລກປ່ຽນ ແລະ ສົນທະນາກ່ຽວກັັບສະພາບການ ແຜ່ລະບາດ ແລະ ການຮັບມືຕໍ່ພະຍາດດັ່ງກ່າວຂອງບາງປະເທດ ເປັນຕົ້ນ ສ.ເກົາຫຼີ, ຍີ່ປຸ່ນ, ຟີລິບປິນ, ຟີຈິ, ມົງໂກລີ ແລະ ຄຸກໄອແລນ. ໃນກອງປະຊຸມ ທ່ານ ປອ. ນ. ພອນເພັດ ບຸບຜາ ໄດ້ລາຍງານກ່ຽວກັບສະພາບການຮັບມືການແຜ່ລະບາດພະຍາດ Covid-19 ຂອງ ສປປ ລາວ ໃນສະເພາະໜ້າ, ໄລຍະກາງ ແລະ ໄລຍະຍາວ ຊຶ່ງລັດຖະບານຂອງ ສປປ ລາວ ໄດ້ດໍາເນີນການກໍານົດບັນດາມາດຕະການໃນການປ້ອງກັນມາແຕ່ໄລຍະຕົ້ນ ຊຶ່ງລວມມີມາດຕະການປິດການເຂົ້າ-ອອກ ປະເທດ ພ້ອມທັງປະຕິບັດມາດຕະການ ແລະ ຄຳແນະນຳຂອງອົງການອະນາໄມໂລກກ່ຽວກັບການເວັ້ນໄລຍະຫ່າງທາງສັງຄົມ ຢ່າງເຄັ່ງຄັດ. ລັດຖະບານ ສປປ ລາວ ໄດ້ມີການຈັດສັນງົບປະມານເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ຖືບັນຫາສຸຂະພາບເປັນວຽກງານບູລິມະສິດທີ່ສຳຄັນ.
ໃນການຈັດຕັ້ງປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ມີການແຕ່ງຕັ້ງໜ່ວຍງານສະເພາະກິດພາຍໃນສະພາແຫ່ງຊາດເພື່ອຕິດຕາມຂ່າວສານຢ່າງໃກ້ສິດກັບຄະນະສະເພາະກິດລະດັບຊາດ ເພື່ອປ້ອງກັນ ແລະ ຄວມຄຸມການແຜ່ລະບາດຂອງພະຍາດ Covid-19, ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນໃນການນຳພາການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ. ສະພາແຫ່ງຊາດແຫ່ງ ສປປ ລາວ, ໄດ້ມີການຕິດຕາມກວດກາການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງໄດ້ປະກາດໃຊ້ໃນປີ 2017, ກົດໝາຍອື່ນທີ່ກ່ຽວຂ້ອງລວມທັງນິຕິກໍາລຸ່ມກົດໝາຍ ແລະ ໄດ້ອອກຄໍາແນະນໍາຈໍານວນໜຶ່ງທີ່ກ່ຽວຂ້ອງກັບພະຍາດ Covid-19 ເພື່ອເປັນບ່ອນອີງໃຫ້ແກ່ບັນດາ ສສຊ ປະຈໍາຢູ່ບັນດາເຂດເລືອກຕັ້ງໃນທົ່ວປະເທດ ໄດ້ປະຕິບັດພາລະບົດບາດຂອງຕົນ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ການຄວບຄຸມການແຜ່ລະບາດພະຍາດ Covid-19 ຢ່າງເຂັ້ມງວດ. ພ້ອມນີ້, ຍັງໄດ້ສະເໜີໃຫ້ມີການເສີມຂະຫຍາຍຄວາມສາມັກຄີຮ່ວມກັນ, ສ້າງຂີດຄວາມສາມາດ, ແລກປ່ຽນບົດຮຽນ ແລະ ປະສົບການໃນການຕ້ານ ແລະ ສະກັດກັ້ນພະຍາດ Covid-19 ແລະ ເຫັນຄວາມຈໍາເປັນໃຫ້ມີການຮ່ວມມືກັນຢ່າງກວ້າງຂວາງ ແລະ ສະໜິດແໜ້ນ ໃນການເຂົ້າຮ່ວມຄົ້ນຄວ້າວິໄຈ ແລະ ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງໃນດ້ານຄວາມຮູ້, ຄວາມສາມາດ, ດ້ານຄວາມຊ່ຽວຊານ ແລະ ດ້ານງົບປະມານ ເພື່ອຄົ້ນຄວ້າວັກຊີນທີ່ຖືກຕ້ອງ ເພື່ອກໍາຈັດໄວຣັດຊະນິດນີ້ ແລະ ຢຸດຕິການແຜ່ລະບາດອັນຮ້າຍແຮງນີ້ ເພື່ອໃຫ້ສາມາດປົກປ້ອງສຸຂະພາບ ແລະ ການດໍາລົງຊີວິດຂອງປະຊາຊົນໃນທົ່ວໂລກ ໂດຍບໍ່ປ່ອຍປະຜູ້ໃດໄວ້ທາງຫຼັງ. ນອກນີ້ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ ກ່ຽວກັບສຸຂະພາບໂລກ ທີ່ໄດ້ຈັດກອງປະຊຸມທາງໄກຄັ້ງນີ້ຂຶ້ນ ແລະ ສະແດງຄວາມຂອບໃຈຢ່າງສູງມາຍັງອົງການອານາໄມໂລກ ທີ່ໄດ້ມີການນໍາສະເໜີຂໍ້ມູນລ່າສຸດກ່ຽວກັບສະພາບພະຍາດ ອັກເສບປອດ Covid-19 ຊຶ່ງມີການຮ່ວມມືກັບທຸກປະເທດໃນຂົງເຂດກໍຄືທົ່ວໂລກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















