ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ທ່ານເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ຂະບວນການຜະລິດພືດສະບຽງອາຫານຢູ່ບ້ານໃຫຍ່ເມືອງປາ-ນາຈັນ ເມືອງປາກລາຍ
ເວລາອອກຂ່າວ: 2020-04-28 12:49:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 608 | ຄວາມນິຍົມ:



ເພື່ອຮັບປະກັນໃຫ້ສະບຽງອາຫານເປັນຕົ້ນແມ່ນ: ເຂົ້າ, ຊີ້ນ, ປາ, ໄຂ່ ແລະ ພືດຜັກຕ່າງໆ ໃຫ້ພຽງພໍກັບການບໍລິໂພກຂອງປະຊາຊົນພາຍໃນບ້ານ ໃຫຍ່ເມືອງປາ-ນາຈັນ ໃນຊ່ວງໄລຍະການລະບາດຂອງພະຍາດ COVID-19 ນັ້ນ, ໃນວັນທີ 27 ເມສາ 2020 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍທີມງານຂອງແຂວງໄດ້ລົງຊຸກຍູ້ຂະບວນການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ກະກຽມແກ່ການຜະລິດລະດູປີຂອງປະຊາຊົນ ບ້ານ ໃຫຍ່ເມືອງປາ-ນາຈັນ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ, ເຊິ່ງຄະນະໄດ້ຮັບຟັງສະພາບການຜະລິດໃນລະດູແລ້ງ, ການກະກຽມຜະລິດໃນລະດູປີ ແລະ ການສະກັດກັ້ນການແຜ່ລະບາດຂອງພະຍາດ covid-19 ຈາກທ່ານ ຫຼົງ ຈະ ນາຍບ້ານໆໃຫຍ່ເມືອງປາ-ນາຈັນ ເຊິ່ງທ່ານໄດ້ກ່າວວ່າ: ຜ່ານມາແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານປູກພືດລະດູແລ້ງເຊັ່ນ: ນາແຊງ ມີເນື້ອທີ່ທັງໝົດ 7,52 ເຮັກຕາ, ປັດຈຸບັນເກັບກູ້ສຳເລັດແລ້ວ 70% ຜົນຜະລິດໄດ້ 13,21 ໂຕນ, ພືດສະບຽງອາຫານເນື້ອທີ່ 10,12 ເຮັກຕາ, ຜົນຜະລິດໄດ້ 40,48 ໂຕນ, ໝາກແຕງເນື້ອທີ່ 1,80 ເຮັກຕາ ຜົນຜະລິດ 10,8 ໂຕນ, ສັດລ້ຽງມີງົວ 1.949 ໂຕ, ຄວາຍ 948 ໂຕ, ແບ້ 58 ໂຕ, ໝູ 1.200 ໂຕ, ສັດປີກ 14.641 ໂຕ, ໜອງປາ 55 ໜອງ ປ່ອຍປາແລ້ວ 47,300 ໂຕ,ໄດ້ສຸມໃສ່ປູກພືດຜັກບາງຊະນິດເຊັ່ນ: ຜັກກາດ, ຜັກຫອມທຸກຊະນິດ ແລະ ລ້ຽງສັດເຊັ່ນ: ລ້ຽງໝູ, ລ້ຽງປາ ແລະ ລ້ຽງກົບ, ພ້ອມດຽວກັນກໍໄດ້ສຸມໃສ່ຊີ້ນຳໆພາປະຊາຊົນກະກຽມເນື້ອທີ່ເພື່ອປູກພືດລະດູຝົນເປັນຕົ້ນ: ມີເນື້ອທີ່ປູກເຂົ້າທັງໝົດ 598,86 ເຮັກຕາ, ເຂົ້າເນີນສູງ 136,89 ເຮັກຕາ, ມາຮອດປັດຈຸບັນແມ່ນຕົກກ້າສຳເລັດແລ້ວ 60%, ນອກນີ້ກໍໄດ້ປູກພືດເປັນສິນຄ້າເຊັ່ນ: ມັນຕົ້ນເນື້ອທີ່ 20,91 ເຮັກຕາ, ໝາກງາ ເນື້ອທີ່ 21,24 ເຮັກຕາ, ສາລີເນື້ອທີ່ 17,90 ເຮັກຕາ , ຖົ່ວດິນ ແລະ ພືດຜັກຊະນິດຕ່າງໆ, ທັງນີ້ກໍເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ຈາກນັ້ນກໍໄດ້ລາຍງານກ່ຽວກັບການຕ້ານ ແລະ ເຝົ້າລະວັງຂອງພະຍາດ covd-19 ໂດຍໄດ້ສຸມໃສ່ຈັດຕັ້ງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຢູ່ພາຍໃນບ້ານຜ່ານໂທລະໂຄ່ງເພື່ອໂຄສະນາດ້ານນິຕິກໍາຕ່າງໆຂອງຂັ້ນເທິງປົກກະຕິເພື່ອໃຫ້ປະຊາຊົນຮັບຮູ້ຂໍ້ມູນຂ່າວສານວິທີປ້ອງກັນຕໍ່ພະຍາດ covd-19 ທົ່ວບ້ານມີ 1 ສູນກັກກັນກວມເອົາ 5 ບ້ານ, 1 ຈຸດກວດກາຄົນເຂົ້າອອກບ້ານ, ມີຜູ້ເຂົ້າສູນທັງໝົດ 126 ຄົນ, ຍິງ 63 ຄົນ ໄດ້ລົງທະບຽນເກັບກໍາປະຫວັດ ບັນທຶກຂໍ້ມູນຜູ້ເຂົ້າສູນລະອຽດ, ມີການປ້ອງກັນເວນຍາມ ແລະ ສ້າງລະບຽບພາຍໃນສູນ, ມີຄະນະແພດລົງກວດກາຕິດຕາມອຸນຫະພູມ 2 ຄັ້ງຕໍ່ມື້ ເຊົ້າ ແລະ ແລງ ພາຍໃນສູນໄດ້ມີການພົ່ນຢາຂ້າເຊື້ອເພື່ອອະນາໄມສະຖານທີ່ເປັນແຕ່ລະໄລຍະ, ມາຮອດປັດຈຸບັນຈໍານວນດັ່ງກ່າວຄົບ 14 ວັນແມ່ນບໍ່ມີກໍລະນີຕິດເຊື້ອ ແລະ ໄດ້ອອກສູນທັງໝົດແລ້ວ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະບ້ານທີ່ໄດ້ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06 ຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19, ພ້ອມທັງໄດ້ເອົາໃຈໃສ່ນໍາພາປະຊາຊົນໃນການຜະລິດພືດສະບຽງອາຫານໄດ້ຢ່າງພຽງພໍກັບການບໍລິໂພກພາຍໃນບ້ານ ແລະ ໄດ້ຮຽກຮ້ອງໃຫ້ຄະນະບ້ານຈົ່ງສືບຕໍ່ທໍາການຜະລິດ ດ້ວຍການປູກພືດສະບຽງອາຫານ, ລ້ຽງສັດ, ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງໃຫ້ສໍາເລັດ ແລະ ກະກຽມແກ່ການຜະລິດລະດູປີ, ທັງນີ້ກໍເພື່ອຮັບປະກັນດ້ານສະບຽງອາຫານ, ເມື່ອພົ້ນວິກິດຄັ້ງນີ້ແລ້ວແມ່ນສາມາດກຸ້ມຕົນເອງໄດ້, ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ແລະ ວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ, ຈາກນັ້ນຄະນະ ກໍໄດ້ລົງຢ້ຽມຢາມສະຖານທີ່ຜະລິດຂອງປະຊາຊົນ. ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ ນັກຂ່າວ ຫ້ອງວ່າການແຂວງ ໄຊຍະບູລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ