ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ພະແນກເສນາຮັກກົມໃຫຍ່ພະລາທິການກອງທັບເອົາໃຈໃສ່ເຂັ້ມງວດຕໍ່ກັບວຽກງານປ້ອງກັນຄວບຄຸມ ແລະສະກັດກັ້ນຕ້ານພະຍາດໂຄວິດ - 19.
ເວລາອອກຂ່າວ: 2020-04-28 13:52:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ:



ເລີ່ມຕັ້ງແຕ່ໄດ້ມີການແຜ່ລະບາດຂອງເຊື້ອພະຍາດຈຸລະໂລກອັບເສບປອດສາຍພັນໃໝ່ ຫຼື ມີຊື່ເອີ້ນວ່າ: ເຊື້ອພະຍາດໂຄວິດ - 19 ໄດ້ຕິດຕໍ່ແຜ່ລາມກັນໄປໃນຫຼາຍປະເທດທົ່ວໂລກ ເຊິ່ງເປັນຜົນສະທ້ອນໃນການດໍາລົງຊີວິດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຮ່າງກາຍຂອງຄົນ ຈົນເຖິງຂັ້ນ ເສຍຊີວິດນັບເປັນຈໍານວນຫຼວງຫຼາຍ, ຕໍ່ກັບມາດຕະການປ້ອງກັນດັ່ງກ່າວນີ້, ພະແນກເສນາຮັກ ກົມໃຫຍ່ພະລາທິການກອງທັບກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄໍາສັ່ງແຈ້ງການຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງໃນວັນທີ 29 ມີນາ  ປີ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,ກັນການແຜ່ລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ - 19. ສະຫາຍພັນໂທ ນາງ ມະໄລວັນ ໂນລະສິນ ຫົວໜ້າພະແນກເສນາຮັກກົມໃຫຍ່ພະລາທິການກອງ ທັບໄດ້ໃຫ້ຮູ້ວ່າ:ຊ່ວງໄລຍະເຊື້ອພະຍາດໂຄວິດ-19 ໄດ້ມີການຂະຫຍາຍຕົວ ແລະ ແຜ່ລະບາດລາມໄປທຸກປະເທດນັບທົ່ວໂລກ,ໜຶ່ງໃນນັ້ນໂດຍສະເພາະປະເທດລາວຂອງພວກເຮົາ ກໍໄດ້ຮັບການຕິດເຊື້ອພະ ຍາດດັ່ງກ່າວ,ເພື່ອເພີ້ມມາດຕະການໃນການປ້ອງກັນເຊື້ອພະຍາດນີ້,ທາງທີມງານຄະນະແພດຂອງພວກເຮົາໄດ້ເອົາໃຈໃສ່ເຟົ້າລະວັງຢ່າງເຂັ້ມງວດ,ໂດຍສະເພາະ ຕິດຕາມກວດກາສຸຂະພາບຂອງນາຍ ແລະ ພົນ ທະຫານ,ພະນັກງານ-ນັບຮົບໃນການໄປມາເຂົ້າອອກ-ນອກຄ້າຍ ແລະ ບຸກຄົນພາຍນອກ ຫຼື ແຂກ ທີ່ເຂົ້າມາພົວພັນວຽກງານຕ່າງໆຢູ່ພາຍໃນກົມໄດ້ຕິດຕາມຢ່າງເປັນປົກກະຕິ,ໂດຍນໍາໃຊ້ເຄື່ອງມືອຸປະກອນການແພດ ເພື່ອວັດແທກອຸນຫະພູມ,ກວດຫາເຊື້ອພະຍາດດັ່ງກ່າວ, ນອກຈາກນັ້ນຄະນະແພດພວກເຮົາຍັງໄດ້ປະສານສົມທົບກັບໜ່ວຍງານສະເພາະກິດຂອງກົມເຄມີ  ແລະ ສະຖາບັນກັນພະຍາດ  ລົງມາສີດພົ່ນນໍ້າຢາຂ້າເຊື້ອຕາມບັນດາກົມ,ຫ້ອງການ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອເປັນການປ້ອງກັນແຕ່ຫົວທີ, ສະນັ້ນພື້ນຖານໂດຍລວມແລ້ວຜ່ານການຕິດຕາມກວດກາເລີ່ມຕົ້ນໄດ້ຈັດຕັ້ງປະຕິ ບັດມາແຕ່ວັນທີ 30 ມີນາ ປີ 2020 ຈົນເຖິງປັດຈຸບັນນີ້ຖືວ່າປົກກະຕິດີ,ບໍ່ພົບຂໍ້ສົງໃສ ຫຼື ກໍລະນີໃດໆເກີດຂຶ້ນແລະ ບໍ່ມີບຸກຄົນໃດທີ່ໄດ້ຮັບເຊື້ອຕິດພະຍາດດັ່ງກ່າວ. ສະນັ້ນຕໍ່ກັບສະພາບການດັ່ງກ່າວ,ພະແນກເສນາຮັກກົມໃຫຍ່ພະລາທິການກອງທັບ ຈຶ່ງຂໍຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບໃນທຸກເຫຼົ່າຮົບພະລາທິການກອງທັບ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງສະຕິລະວັງຕົວຢູ່ສະເໝີ, ປະຕິບັດຕໍ່ມາດຕະການຄໍາສັ່ງແຈ້ງການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ສິ່ງທີ່ສໍາຄັນຄວນເອົາໃຈໃສ່ປ້ອງກັນ ແລະ ດູແລເບິ່ງແຍງສຸຂະພາບຂອງຕົນເອງໃຫ້ເປັນຢ່າງດີໃນຊ່ວງວິກິດການທີ່ເຊື້ອພະຍາດພວມກໍາລັງແຜ່ບາດຢູ່ປະເທດລາວເຮົາໃນປັດຈຸບັນນີ້. ໂດຍ : ຮ້ອຍເອກ ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ