ສະໂມສອນບ໊ອກໂດ ຢຸດສະຖິຕິສະນະ 14 ນັດລວດ ຂອງປາຣີແຊັງແຊກແມັງ
ເວລາອອກຂ່າວ: 2018-12-06 09:40:34 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1460 | ຄວາມນິຍົມ: ![]()
ການແຂ່ງຂັນເຕະບານລີກ ອ໋ອງ ຂອງ ຝຣັ່ງ ລະດູການ 2018-2019 ນັດທີ 15 ເມື່ອ ວັນທີ 2 ທັນວາ ຜ່ານມາ ສະໂມ ສອນບ໊ອກໂດ ທີມກາງຕາຕະ ລາງ ເປີດບ້ານປະທະກັບ ສະໂມ ສອນ ປາຣີ ແຊັງແຊກແມັງ ແຊັມ ເກົ່າ 5 ສະໄຫມຊ້ອນ ທີ່ຊະນະມາ 14 ນັດລວດໃນລີກ ເປັນສະຖິ ໃຫມ່ໃນລີກສູງສຸດແຕ່ຢຸດສະຖິ ຕິດ້ວຍສີມືຂອງ ບ໊ອກໂດ ເຖິງວ່າ ປາຣີ ຈະນຳກ່ອນເຖິງ 2 ຄັ້ງ ແຕ່ບ໊ອກໂດ ກໍສາມາດໄລ່ຕີສະ ເໝີໄດ້ທັງສອງຄັ້ງ.
ປາຣີ ໄດ້ປະຕູນຳກ່ອນ 1-0 ຈາກ ເນມາ ໃນນາທີທີ 34 ຈາກນັ້ນ ສະໂມສອນ ບ໊ອກໂດ ຕີ ສະເໝີໄດ້ 1-1 ປະຕູ ຈາກ ຈິມມີ້ ບຣີອົງ ໃນນາທີທີ 53 ແລະ ປາ ຣີ ກັບມາ ຂຶ້ນນຳອີກຄັ້ງຈາກ ຄີ ລຽນ ເອັມບັບເປ້ ໃນນາທີທີ 66 ກ່ອນ ບ໊ອກໂດ ຕີສະເໝີອີກຄັ້ງ ຈາກ ອັນເດຣັສ ໂຄເນລີອຸສ ໃນ ນາທີທີ 84 ຈົບເກມທັງສອງສະ ເໝີກັນ 2-2 ປະຕູ ເຮັດໃຫ້ສະໂມ ສອນ ບ໊ອກໂດເປັນທີມຢຸດສະຖິຕິ ການຊະນະລວດຂອງສະໂມ ສອນ ປາຣີ.
ສະໂມສອນ ບ໊ອກໂດ ບໍ່ເສຍ 6 ນັດຕິດຕໍ່ກັນ ບວກເພີ່ມເປັນ 18 ຄະແນນຈາກ 15 ນັດ ຢູ່ທີ 11 ຂະນະທີ່ ປາຣີ ແຊັງແຊກແມັງ ມີ 43 ຄະແນນຊະນະ 14, ສະເໝີ 1 ຢຶດອັນດັບ 1 ຢ່າງໜຽວແໜ້ນ ນຳອັນດັບ 2 ສະໂມສອນ ມ໋ອງ ເປລີເຢ້ 14 ຄະແນນ. ນັດຕໍ່ໄປ ປາຣີ ແຊັງແຊກແມັງ ຈະໄປຢາມ ສະຕາສບວກ ໃນຄືນວັນພຸດທີ 5 ທັນວານີ້ ສ່ວນ ບ໊ອກໂດ ຈະເປີດ ບ້ານຕ້ອນຮັບ ແຊັງເອຕຽນ ໃນມື້ ດຽວກັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















