ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍ ຄອບຄົວ ການນຳ ຊ່ວຍເຫຼືອເຄື່ອງອຸປະໂພກໃຫ້ສະມາຄົມພັດທະນາ ແລະ ສົ່ງເສີມອາຊີບ ພິການຕາ
ເວລາອອກຂ່າວ: 2020-04-28 14:47:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ:



ໃນວັນທີ 24 ເມສາ 2020ນີ້ ກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄອບຄົວການນຳເຊິ່ງຕ່າງໜ້າໂດຍ ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານກົມໃຫຍ່ເສນາທິການກອງທັບຕາງໜ້າຄະນະສະເພາະກິດໂຄວິດ 19 ( COVID-19 ) ກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງມາຊ່ວຍເຫຼືອໃຫ້ສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາຢູ່ຫ້ອງການບ້ານໆໜອງດ້ວງເໜືອມີຄະນະພັກບ້ານ, ນາຍບ້ານ, ພ້ອມດ້ວຍກຳລັງປກຊ, ປກສ ແລະ ສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາເຂົ້າຮ່ວມ. ການລົງມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນອີງຕາມການສະເໜີຂອງສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາຜູ້ຖືກຜົນກະທົບໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ( COVID-19 ) ທີ່ເກີດຂຶ້ນໃນທົ່ວໂລກຢ່າງກວ້າງຂວາງ ເວົ້າລວມ, ເວົ້າສະເພາະໃນ ສປປລາວ ພະຍາດກຳລັງເຮັດໃຫ້ປະຊາຊົນຈຳນວນໜຶ່ງຂາດອາຫານການກິນໂດຍສະເພາະແມ່ນສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາທີ່ຖືກຜົນກະທົບທາງເຂົ້າກິນໃນຈຳນວນ 73 ຄອບຄົວ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຄື: ເຂົ້າສານຈຳນວນ 1ໂຕນ ກັບ 460 ກິໂລ, ມີ່ ຈຳນວນ 73 ແພັກ, ປ໋ອງປາ 73 ແພັກ, ແປ້ງນົວ 73 ຖົງ, ລວມມູນຄ່າທັງໝົດ 17 ລ້ານກ່ວາກີບ ແລະ ກ່າວມອບໂດຍ ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບຕ່າງໜ້າກົມໃຫຍ່ເປັນຜູ້ກ່າວມອບ ແລະ ກ່າວຮັບຂອງ ທ່ານດຮ ບຸນມີ ມານີສອນ ຕາງໜ້າຄະນະສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາພ້ອມດ້ວຍຄະນະໂດຍການຊ່ອງໜ້າຂອງນາຍບ້ານໆໜອງດ້ວງເໜືອ. ໂອກາດນີ້ ,ທ່ານ ດຮ ບຸນມີ ມານີສອນ ຕາງໜ້າໃຫ້ຄະນະສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາ ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອມາຍັງການນຳກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄອບຄົວການນຳ ແລະ ບັນດາສະຫາຍທີ່ໄດ້ນຳເອົາເຄື່ອງອຸປະໂພກມາຊ່ວຍເຫຼືອເພື່ອເປັນການແບ່ງເບົາໃນການຂາດເຂີນອາຫານການກິນໃນຄັ້ງນີ້ ແລະ ສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ແຕ່ລະຄອບຄົວໃຫ້ທົ່ວເຖີງກັນ, ນອກນັ້ນຄະນະສະເພາະກິດຂອງກົມໃຫຍ່ເສນາທິການກອງທັບສົມທົບກັບຄະນະສະມາຄົມພັດທະນາ ແລະ ສົ່ງເສີມອາຊີບພິການຕາລົງເຄື່ອນໄຫວມອບໃຫ້ແຕ່ລະບ້ານເປັນຕົ້ນ, ບ້ານໜອງດ້ວງ, ບ້ານໄຊສະຖານ, ບ້ານດອນກອຍ, ບ້ານໂພນໄຊ, ບ້ານຮ່ອງສຸພາບ ແລະ ບ້ານຈອມມະນີ ທັງນີ້ກໍ່ເພື່ອເປັນການໄປໃຫ້ຮອດໄປເຖີງຄອບຄົວເຂົ້າເຈົ້າ. ໂດຍ ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ