ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ ມອບເງິນ ຊື້ລົດຊິ້ງໃຫ້ກອງບັນຊາການທະຫານແຂວງອັດຕະປືມູນຄ່າ 117ລ້ານກີບ.
ເວລາອອກຂ່າວ: 2020-04-29 16:19:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ:



ໃນວັນທີ 27 ເມສາ 2020 ນີ້, ຕາງໜ້າ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈຳກັດ ໄດ້ນຳເອົາເງິນສົດ ຈຳນວນ 117 ລ້ານກີບ ມາມອບໃຫ້ກອງບັນຊາການທະຫານແຂວງອັດຕະປື ເພື່ອຊື້ລົດຊິ້ງ ຈຳນວນ 3 ຄັນນຳໃຊ້ເຂົ້ົ້າໃນການເຄື່ອນໄຫວປົກປັກຮັກສາເຂດນ້ຳແດນດິນແລະສ້າງສາພັດທະນາປະເທດຊາດ. ກ່າວຮັບໂດຍ ພັນເອກ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື ເຊິ່ງ ທ່ານກໍໄດ້ສະແດງຄວມຂອບໃຈ ແລະ ຕີລາຄາສູງຕໍ່ທາງບໍລິສັດ ທີ່ເຫັນໄດ້ຄວາມຈຳເປັນ ແລະ ສຳຄັນທາງດ້ານຍຸດທະສາດ .ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ຈາກນັ້ນກໍໄດ້ມອບໃບກຽດຕິຄຸນ ໃຫ້ບໍລິສັດດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ