ກຸ່ມອາສາສະໝັກ ອານຸຕະລະທັມມອບອຸປະກອນປ້ອງກັນໂຄວິດ-19ໃຫ້ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2020-04-29 16:26:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 631 | ຄວາມນິຍົມ: ![]()
ວັນທີ 28 ເມສາ 2020 ນີ້, ກຸ່ມອາສາສະໝັກ ອານຸຕະລະທັມ ບ້ານໂນນສະຫວ່າງ ເມືອງວຽງຄໍາ ແຂວງວຽງຈັນ ເຊິ່ງນໍາໂດຍ ທ່ານ ນາງ ພູວີ ພິມມະຈັນລໍ່ ໄດ້ນໍາເອົາອຸປະກອນປ້ອງກັນພະຍາດໂຄວິດ - 19 ມາມອບໃຫ້ກອງບັນຊາການທະຫານແຂວງວຽງຈັນ ໂດຍການຕ້ອນຮັບຈາກ ທ່ານ ພັນເອກ ຄໍາເຄນ ອຸດຕະມາ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ພະນັກນັກວິຊາການເຂົ້າຮ່ວມ.
ອຸປະກອນທີ່ນໍາມາມອບໃຫ້ໃນຄັ້ງນີ້ ປະກອບມີຢາສະໝຸນໄພ, ເຈວລ້າງມື ລວມມູນຄ່າ 1.800.000 ກີບ, ໂດຍແມ່ນທ່ານ ພັນໂທ ດຣ ນາງຂັນແສ່ວ ກົມບຸດຕະວົງ ອໍານວຍການໂຮງໝໍ 30 ຕຽງ ເປັນຜູ້ຕາງໜ້າຄະນະຮັບວັດຖຸດັ່ງກ່າວ ຈາກນັ້ນທ່ານ ພັນເອກ ຄໍາເຄນ ອຸດຕະມາ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງກຸ່ມອາສາສະມັກ ອານຸຕະລະທັມທີ່ຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມ ໝາຍສໍາຄັນຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ ຂອງວຽກງານປ້ອງກັນຊາດ, ຈຶ່ງໄດ້ນໍາເອົາວັດຖຸອຸປະກອນມາມອບໃຫ້ ເພື່ອປະກອບສ່ວນຊ່ວຍເຫຼືອໃນການເຄື່ອນໄຫວຄວບຄຸມ ແລະ ປ້ອງກັນ ແກ້ໄຂພະຍາດໂຄວິດ -19 ຢູ່ກອງບັນຊາການທະຫານແຂວງຂອງພວກເຮົາໃນຄັ້ງນີ້ ພ້ອມທັງກ່າວຕື່ມອີກວ່າ ຈະນໍາເອົາວັດຖຸອຸປະກອນດັ່ງກ່າວໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຈະສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ເຮັດວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບໃນຮາກຖານທ້ອງຖິ່ນ ກໍ່ຄືການເຄື່ອນໄຫວປົກປັກຮັກສາເຂດນໍ້າແດນດິນ ໃນຂອບເຂດທົ່ວແຂວງວຽງຈັນໃຫ້ມີຄວາມສະຫງົບປອດໄພ 100%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














