ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ສູນຄວບຄຸມວັນນະໂລກ ມອບເຄື່ອງກວດບົງມະຕິພະຍາດທີ່ທັນສະໄໝໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2020-04-29 16:29:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 633 | ຄວາມນິຍົມ:



ໃນວັນທີ 27 ເມສາ 2020 ນີ້, ຢູ່ທີ່ໂຮງໝໍສູນກາງ 103 ກອງທັບ ສູນຄວບຄຸມວັນນະໂລກໄດ້ມອບເຄື່ອງກວດບົ່ງມະຕິພະຍາດທີ່ທັນສະໄໝໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ, ຕາງໜ້າມອບໂດຍ ທ່ານ ດຣ ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກພ້ອມຄະນະ, ຮັບໂດຍ ທ່ານ ພັນເອກ ດຣ ຄຳແພງ ພູມມາແກ້ວ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ, ທ່ານ ພັນໂທ ປອ ສະແຫວງໄຊ ດາລາສາດ ຫົວໜ້າຫ້ອງບໍລິຫານສັ່ງລວມການແພດ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ດຣ ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກ ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນເຄື່ອງກວດຊອກຫາເຊື້ອວັນນະໂລກທີ່ທັນສະໄໝ, ເຄື່ອງນີ້ສາມາດກວດຊອກຫາເຊື້ອເອັສໄອວີໃນເລືອດ ແລະ ຊອກຫາເຊື້ອພະຍາດໂຄວິດ - 19 ໄດ້, ເຄື່ອງດັ່ງກ່າວມີມູນຄ່າ: 17.500 ໂດລາ. ມອບໃຫ້ໂຮງໝໍສູນກາງ 103 ກອງທັບ ຄູ້ມຄອງນຳໃຊ້ເຂົ້າໃນວຽກງານກັນຕອງວັນນະໂລກເພື່ອຊ່ວຍໃນການບົ່ງມະຕິພະຍາດໄດ້ຊັດເຈນ. ໂອກາດນີ້ ທ່ານ ພັນເອກ ຄຳແພງ ພູມມາແກ້ວ ໄດ້ ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ດຣ ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກພ້ອມຄະນະ ແລະ ອວຍພອນແດ່ທ່ານພ້ອມຄະນະຈົ່ງມີສຸຂະພາບແຂງແຮງເຮັດສໍາເລັດໜ້າທີ່ອັນມີກຽດຂອງທ່ານ. ໂດຍ: ສີຈັນ ເພັດວິໄຊ ພາບ: ສົມຈິດ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ