
ທ່ານເຈົ້າແຂວງ ໄຊຍະບູລີ ລົງຕິດຕາມ ແລະ ຊຸກຍູ້ການຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ຢູ່ ບ້ານໃຫຍ່ພັດທະນາ ບວມເລົາຜາແກ້ວ
ເວລາອອກຂ່າວ: 2020-04-29 16:42:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:
ໃນວັນທີ 28 ເມສາ 2020 ນີ້, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ໆໄຊຍະບູລີ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ຢູ່ບ້ານ ໃຫຍ່ພັດທະນາ ບວມເລົາຜາແກ້ວ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ. ການລົງເຄື່ອນໄຫວຄັ້ງນີ້ ທ່ານເຈົ້າແຂວງແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ແລະ ມາດຕະການໃນການຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ຂອງບ້ານດັ່ງກ່າວ, ໂດຍໄດ້ການແຕ່ງຕັ້ງອະນຸກຳມະການສະເພາະກິດໃນການຕິດຕາມກວດກາ ກັ່ນກອງຄົນເຂົ້າອອກບ້ານໂດຍສະເພາະແມ່ນແຮງງານພາຍໃນບ້ານທີ່ກັບມາຈາກການໄປອອກແຮງງານຢູ່ປະເທດໄທ, ໄດ້ມີການກຳນົດສະຖານທີ່ກັກໂຕເອງແຍກປ່ຽວ ເປັນເວລາ 14 ວັນ ເພື່ອຕິດຕາມອາການ, ໂດຍໄດ້ກໍານົດສູນກັກກັນ 1 ສູນ, ກວມເອົາ 5 ບ້ານ, ມີ 2 ຈຸດກວດກາ ເພື່ອກວດກາຄົນເຂົ້າອອກບ້ານ, ມີຜູ້ເຂົ້າສູນທັງໝົດ 95 ຄົນ, ຍິງ 48 ຄົນ ໄດ້ລົງທະບຽນເກັບກໍາປະຫວັດ ບັນທຶກຂໍ້ມູນຜູ້ເຂົ້າສູນລະອຽດ, ມີການປ້ອງກັນເວນຍາມ ແລະ ສ້າງລະບຽບພາຍໃນສູນ, ຄະນະແພດລົງກວດກາຕິດຕາມອຸນຫະພູມ 2 ຄັ້ງຕໍ່ມື ເຊົ້າ ແລະ ແລງ ພາຍໃນສູນໄດ້ມີການພົ່ນຢາຂ້າເຊື້ອເພື່ອອະນາໄມສະຖານທີ່ເປັນແຕ່ລະໄລຍະ ມາຮອດປັດຈຸບັນຈຳນວນຜູ້ຖືກກັກກັນຢູ່ສູນແມ່ນໄດ້ຄົບກໍານົດ 14 ວັນ ແລະ ໄດ້ເຮັດໃບຢັ້ງຢືນອອກຈາກສູນ, ນອກນີ້ ຄະນະສະເພາະກິດຂັ້ນບ້ານຍັງໄດ້ມີການປິດການເຂົ້າ-ອອກຂອງບຸກຄົນຊົ່ວຄາວລະຫວ່າງເມືອງ ຫາ ບ້ານ, ບ້ານຫາບ້ານ ໂດຍມີການຕັ້ງຈຸດກວດກາ ພ້ອມທັງໄດ້ມີການເພີ່ມທະວີຢ່າງເຂັ້ມງວດໃນການຄຸ້ມຄອງ ການກັກຕົວຢູ່ເຮືອນບ່ອນພັກອາໄສຂອງປະຊາຊົນ ໂດຍບໍ່ໃຫ້ອອກຈາກບ້ານຖ້າບໍ່ຈໍາເປັນ, ໄດ້ອອກກວດກາຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆຕະຫຼອດຮອດເຮືອນຊານບ້ານຊ່ອງ ເຄຫະສະຖານຂອງປະຊາຊົນບໍ່ໃຫ້ມີການຊຸມແຊວ ສັນຈອນໄປມາ ໂດຍບໍ່ໄດ້ຮັບອານຸຍາດ, ຍົກເວັ້ນເຈົ້າໜ້າທີ່ຄະນະສະເພາະກິດ, ພາຄົນເຈັບໄປໂຮງໝໍ, ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປອອກແຮງງານທໍາການຜະລິດ, ໄປໄຮ່, ໄປສວນ,ໄປນາ ໄປຊອກຢູ່ຫາກິນແບບຄອບຄົວທີ່ບໍ່ເກີນ 10 ຄົນແມ່ນສາມາດໄປໄດ້ຕາມປົກກະຕິ, ແຕ່ໃຫ້ມີການປ້ອງກັນໃສ່ຜ້າປິດປາກ-ປິດດັງ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຊີ້ນໍາໃຫ້ການນໍາຂອງເມືອງ ປາກລາຍ, ເວົ້າລວມ, ເວົ້າສະເພາະແມ່ນ ຄະນະບ້ານ ໃຫຍ່ພັດທະນາ ບວມເລົາຜາແກ້ວ ຈົ່ງສືບຕໍ່ເອົາໃຈໃສ່ເຝົ້າລະວັງຕໍ່ກັບພະຍາດດັ່ງກ່າວໃຫ້ເປັນປົກກະຕິ, ໂດຍສະເພາະເມື່ອລັດຖະບານລາວປະກາດປົດລ໊ອກແລ້ວ ແມ່ນຈະມີແຮງງານລາວທີ່ຕົກຄ້າງຢູ່ປະເທດໄທນັ້ນກັບຄືນພູມລໍາເນົາຢ່າງຫຼວງຫຼາຍ, ຕໍ່ກັບສະພາບດັ່ງກ່າວ ບ້ານຕ້ອງໄດ້ກຽມພ້ອມຮັບມືກັບກຸ່ມຄົນດັ່ງກ່າວ, ເປັນຕົ້ນຕ້ອງໄດ້ກະກຽມສະຖານທີ່ກັກກັນແຍກປ່ຽວພວກກ່ຽວເປັນເວລາ 14 ວັນ, ພ້ອມດຽວກັນກໍ່ຕ້ອງຊຸກຍູ່ປະຊາຊົນພາຍໃນບ້ານໃຫ້ສືບຕໍ່ທໍາການຜະລິດ, ໂດຍສະເພາະແມ່ນເລັ່ງເກັບກູ້ຜົນຜະລິດລະດູແລ້ງ ແລະ ຫ້າງຫາກະກຽມສູ່ການຜະລິດລະດູປີໃຫ້ທ່ວງທັນກັບລະດູການ ເປັນຕົ້ນແມ່ນປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າໃຫ້ຫຼາຍ, ພາຍຫຼັງພົ້ນວິກິດການລະບາດຂອງພະຍາດແລ້ວ ແຕ່ລະຄວບຄົວແມ່ນສາມາດກຸ້ມຕົນເອງໄດ້.
ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ