ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 19 ກໍລະກົດ 2025

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19
ເວລາອອກຂ່າວ: 2020-05-01 18:09:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 29 ເມສາ 2020 ນີ້, ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3 SD ຈຳກັດ, ປະທານຮ່ວມພັດທະນາໂທລະພາບ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະແບ່ງປັນນ້ຳໃຈຕ້ານໄພໂຄວິດ ໄດ້ນຳເອົາເຄື່ອງອຸປະກອນການແພດປະເພດຜ້າອັດປາກ-ດັງ, ເຈວລ້າງມື ພ້ອມດ້ວຍນ້ຳດື່ມ ແລະ ກາເຟ ຈຳນວນໜຶ່ງ ເປັນມູນຄ່າ 32 ລ້ານ ກີບ ແລະ ເງິນສົດ 20 ລ້ານກີບ ມາມອບໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃນການປ້ອງກັນ,ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19, ເປັນກຽດກ່າວຮັບ ໂດຍສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມຄະນະ ເຊິ່ງໃນໂອກາດນີ້ ສະຫາຍກໍ່ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ຄະນະ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ພ້ອມນັ້ນກໍ່ຍັງໄດ້ກ່າວອີກວ່າ ຈະນຳເອົາເຄື່ອງອຸປະກອນດັ່ງກ່າວນີ້ໄປໝູນໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານກະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃຫ້ໄດ້ຮັບຜົນດີຢ່າງເຂັ້ມງວດ. ຮ້ອຍໂທ ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ