ຮອງລັດຖະມົນຕີ ກະຊວງສາທາລະນະສຸກເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ.
ເວລາອອກຂ່າວ: 2020-05-01 18:25:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ: ![]()
ໃນວັນທີ 29 ເມສາ 2020 ນີ້, ຢູ່ທີ່ເຮືອນພັກ ເລກ 1 ຂອງແຂວງ ທ່ານ ປ/ອ ດຣ ບຸນແຜງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະສະເພາະກິດດ້ານການກະກຽມສະຖານທີແຍກປ່ຽວ ແລະ ປິ່ນປົວ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆ ຄຳມ່ວນ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ COVID 19 ຂັ້ນແຂວງ. ໃນໂອກາດນີ້ ທ່ານ ດຣ ນາງ ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະສະເພາະກິດຂັ້ນແຂວງໄດ້ລາຍງານກ່ຽວກັບມາດຕະການການປ້ອງກັນຂອງພະຍາດດັ່ງກ່າວໂດຍເລີ່ມແຕ່ວັນທີ 20 ມີນາ ເປັນຕົ້ນມາ ແລະ ມາຮອດປັດຈຸບັນທຸກຂະແໜງການຂອງແຂວງ, ເມືອງ, ບ້ານ, ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງຂອງລັດຖະບານຢ່າງເຂັ້ມງວດໂດຍສະເພາະຄໍາສັ່ງແນະນຳຂອງເຈົ້າແຂວງໆ ຄຳມ່ວນເລກທີ 02/ ຈຂ.ຄມ ແລະ ມາດຕະການຕ່າງໆ ໂດຍລວມແລ້ວແຂວງຄຳມ່ວນແມ່ນສາມາດຮັກສາໄດ້ຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ທຸກພາກສ່ວນ ຕະຫລອດຮອດພໍ່ແມ່ປະຊາຊົນແມ່ນໄດ້ໃຫ້ການຮ່ວມມືເປັນຢ່າງດີ, ເຊິ່ງເຮັດໃຫ້ແຂວງຄຳມ່ວນ ບໍ່ທັນມີຜູ້ຕິດເຊຶ້ອພະຍາດອັກເສບປອດ. ທົ່ວແຂວງມີຈຳ ນວນສູນກັກກັນບໍລິເວນທັງໝົດ 308 ສູນ, ສູນແຍກປ່ຽວ 11 ສູນ. ມາເຖິງວັນທີ 27 ເມສາ ຍັງເຫລືອ 21 ສູນ ແລະ ສູນແຍກປ່ຽວ 11 ສູນ, ສູນທີ່ຖຶກປິດ 287 ສູນ,ໃນນີ້ແມ່ນໄດ້ຮັບການກວດກາ ແລະ ຝົ່ນຢາຂ້າເຊື້ອແລ້ວຈຳນວນ 224 ສູນ, ນອກນີ້ແມ່ນພວມສືບຕໍ່ຝພົ່ນນຢາ. ຈຳນວນກັກກັນບໍລິເວນສະສົມທົ່ວແຂວງມີທັງໝົດ 10.114 ຄົນ, ຍິງ 4.862 ຄົນ. ໃນນັ້ນກັກບໍລິເວນຢູ່ສູນມີ 8.999 ຄົນ, ຍິງ 4.272 ຄົນ, ກັກບໍລິເວນຢູ່ເຮືອນ 1.115 ຄົນ, ຍິງ 590 ຄົນ, ກັກບໍລິເວນຄົບ 14 ວັນ ແລະ ອອກຈາກສູນໄປແລ້ວ 8.854 ຄົນ, ຍິງ 4.234 ຄົນ, ຢູ່ເຮືອນຄົບ 14 ວັນມີ 1.109 ຄົນ, ຍິງ 587 ຄົນ. ຈໍານວນກັກກັນບໍລິເວນສືບຕໍ່ຢູ່ສູນມີ 145 ຄົນ , ຍິງ 38 ຄົນ ແລະ ຢູ່ເຮືອນ 6 ຄົນ. ໃນໂອກາດນີ້ບັນດາຄະນະສະເພາະກິດຂັ້ນສູນກາງຍັງໄດ້ລົງຢ້ຽມຢາມສະຖານທີ່ແຍກປ່ຽວ ແລະ ປິ່ນປົວ ເຊິ່ງທາງແຂວງໄດ້ກຳນົດເອົາພະແນກ ຖວທ ຫລັງເກົ່າເປັນສູນແຍກປ່ຽວ ແລະ ປິ່ນປົວຂອງແຂວງ. ເຊິ່ງຜ່ານມາມີຄົນເຂົ້ານອນໃນກໍລະນີສົງໄສ 26 ຄົນ, ປັດຈຸບັນແມ່ນໄດ້ອອກໝົດແລ້ວ ແລະ ລົງຕິດຕາມການປະຕິບັດໜ້າທີ່ວຽກງານຂອງແພດ - ໝໍ ພາຍໃນໂຮງໝໍແຂວງຄຳມ່ວນ. ທັງນີ້ກໍ່ເພື່ອເປັນການຕິດຕາມ ແລະ ເກັບກຳຂໍ້ມູນການກະ ກຽມຄວາມພ້ອມສະຖານທີ່ແຍກປ່ຽວຂອງແຂວງ ເພື່ອຮອງຮັບໃນກໍລະນີເກີດມີຜູ້ຕິດເຊຶ້ອ, ກວດກາສະພາບຄວາມພ້ອມຂອງສະຖານທີ່ຕາມຫຼັກວິຊາການ ເພື່ອສະເໜີລາຍງາຍຕໍ່ຂັ້ນເທິງຮັບຊາບ.
ຂ່າວ : ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














