ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານແຂວງຫຼວງນໍ້າທາໄດ້ຮັບອຸປະກອນປ້ອງກັນການແຜ່ລະບາດພະຍາດໂຄວິດ 19
ເວລາອອກຂ່າວ: 2020-05-13 12:10:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 692 | ຄວາມນິຍົມ:



ເນື່ອງຈາກສະພາບແຜ່ລະບາດພະຍາດ COVID – 19 ໄດ້ເພີ່ມທະວີຄູນ ແລະ ແຜ່ລາມເປັນວົງກວ້າງໃນຫຼາຍປະເທດທົ່ວໂລກ . ສະນັ້ນເພື່ອເປັນການປ້ອງກັນ - ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມຢູ່ໃນປະເທດຂອງພວກເຮົາ , ເວົ້າລວມ - ເວົ້າສະເພາະຢູ່ກໍາລັງປະກອບອາວຸດທ້ອງຖີ່ນແຂວງຫຼວງນໍ້າທາ ເຮັດໃຫ້ມາດຕະການຈັດຕັ້ງປະຕິບັດປ້ອງກັນ - ຄວບຄຸມມີປະສິດທິພາບສູງ . ໃນວັນທີ 7 ພືດສະພາ 2020 ນີ້ ກົມໃຫຍ່ພະລາທິການກອງທັບໄດ້ມອບເຄື່ອງອຸປະກອນການແພດປ້ອງກັນການແຜ່ລະບາດພະຍາດ COVID – 19 ໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາ ໂດຍການມອບຂອງສະຫາຍ ພັນເອກ ດຣ ຄໍາຜາຍ ຜັ່ນສີລິ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ກ່າວຮັບໂດຍ ສະຫາຍ ພັນໂທ ຄໍາເຫຼັກ ສາຍຄໍາພວນ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ທັງເປັນຫົວໜ້າຄະນະຄວບຄຸມປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໂດຍຊອງໜ້າ ພົນຕີ ຄໍາວົງ ພົມມະກອນ ກໍາມະການປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ ມີສະຫາຍ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ກໍາມະການພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງນໍ້າທາ ພ້ອມດ້ວຍບັນດາສະຫາຍຄະນະພັກກອງບັນຊາການເຂົ້າຮ່ວມເປັນສັກຂີພິຍານ . ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບ ມີ 8 ລາຍການຄື : ມັດແຂນ 1,000 ອັນ, ມັດເຈ້ຍ 5,000 ອັນ, ເຈວ 500ml 50 ກ່ອງ, ຊົບມື 10 ກັບ, ຊຸດ PPE ສີຟ້າ 30 ຊຸດ, ໜ້າກາກ 20 ອັນ, ຫົວອົກຊີ 1 ອັນ ແລະ ຖັງຂີ້ເຫຍື່ອ 1 ຖັງ. ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ