ການນຳພັກ - ລັດຂັ້ນສູງ ສ.ສ. ຫວຽດນາມ ວາງພວງມາລາໄຫວ້ອາໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ເວລາອອກຂ່າວ: 2020-05-13 17:49:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 648 | ຄວາມນິຍົມ: ![]()
ຕາງໜ້າໃຫ້ແກ່ການນຳພັກ - ລັດຂັັ້ນສູງ ແລະ ປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ຫງຽນຊວນຟຸກ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສ.ສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ນຳເອົາພວງມາລາເຂົ້າວາງໄຫວ້ອາໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດ, ພະນັກງານປະຕິວັດອາວຸໂສບຳນານຜູ້ທີ່ເດັດດ່ຽວໜຽວແໜ້ນເຊິ່ງສະຫາຍແມ່ນຜູ້ໜຶ່ງທີ່ປະກອບສ່ວນໃນການສ້າງຕັ້ງພັກ ແລະ ກອງທັບປະຊາຊົນລາວໃນເມື່ອກ່ອນ
ການສູນເສຍ ສະຫາຍ ໄປໃນຄັ້ງນີ້ເປັນການສູນເສຍ ພະນັກງານນັກປະຕິວັດອາວຸໂສ ຜູ້ປີຊາສາມາດ, ນັກການທະຫານຜູ້ເກັ່ງກ້າ, ນັກການເມືອງຜູ້ມີສາຍຕາເບິ່ງກວ້າງເຫັນໄກ ແລະ ນັກການທູດທີ່ມີວາທະສີນໄຫວພິບ ອັນສະຫຼຽວສະຫຼາດໃນການເຈລະຈາ, ເຊິ່ງໄດ້ສ້າງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ໃຫ້ແກ່ການນຳພັກ - ລັດ ພະນັກງານ, ສາມາຊິກພັກ, ຄອບຄົວຍາດຕິພີ່ນ້ອງ ແລະ ປະຊາຊົນລາວບັນດາເຜົ່າ
ການນຳຂັ້ນສູງຂອງພັກລັດ ສ.ສ. ຫວຽດນາມ ມາວາງພວງມາລາໃນຄັ້ງນີ້ສະແດງເຖິງຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສະເໝີຕົ້ນສະເໝີປາຍຂອງພັກ - ລັດ ແລະ ປະຊາຊົນທັງສອງປະເທດພວກເຮົາ, ທັງເປັນການແບ່ງເບົາຄວາມທຸກໂສກ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ພັກ - ລັດ ແລະປະຊາຊົນລາວພວກເຮົາ
ໃນເວລາຕໍ່ມາຂອງວັນດຽວກັນ ຄະນະຜູ້ແທນຂັ້ນສູງພັກ - ລັດ ສ.ສ. ຫວຽດນາມ ຍັງເຂົ້າຢ້ຽມຄຳນັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຢູ່ທີ່ສຳນັກງານປະທານປະເທດ ແລະ ຢ້ຽມຄຳນັບ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນການພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕາມລຳດັບຕື່ມອີກ, ກ່ອນຈະເດີນທາງກັບຄືນປະເທດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















