ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ປະກາດແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານ
ເວລາອອກຂ່າວ: 2020-05-14 12:27:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585111 | ຄວາມນິຍົມ:



ວັນທີ 14 ພຶດສະພາ 2020 ນີ້, ຢູ່ກົມ ວສ-ປສ ການທະຫານໄດ້ຈັດພິທີປະກາດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຕົກລົງແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານເພີ່ມເຕີມສອງສະຫາຍໂດຍ ພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ. ໃນພິທີສະຫາຍພັນໂທ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ 1327/ກປທ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ແລະ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະການຈັດຕັ້ງຂັ້ນນຳພາບັນຊາຕາມການຕົກລົງເຫັນດີຂອງຄະນະພັກກະຊວງປ້ອງກັນປະເທດດັ່ງນັ້ນ ຈຶ່ງໄດ້ຕົກລົງແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານເພີ່ມເຕີມສອງສະຫາຍຄື: ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ມາເປັນຮອງຫົວໜ້າກົມ ແລະ ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ມາເປັນຮອງຫົວໜ້າກົມ ວສ-ປສ ການທະຫານເພີ່ມເຕີມສ່ວນບັນດາສະຫາຍທີ່ມີຊື່ແລ້ວໃຫ້ຮັກສາໄວ້ຄືເກົ່າ ດຍ: ສອນໄຊ ສຸກສິງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ