ເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນຈັດກອງປະຊຸມທາງໄກ
ເວລາອອກຂ່າວ: 2020-05-15 12:31:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 618 | ຄວາມນິຍົມ: ![]()
ຕອນເຊົ້າວັນສຸກວັນທີ 15 ພຶດສະພາ 2020 ບັນດາປະເທດອາຊຽນໄດ້ຈັດກອງປະຊຸມທາງວີດີໂອຄອມ ເພື່ອປຶກສາຫາລືບັນຫາການສະກັດກັ້ນ ພະຍາດລະບາດ ໂຄວິດ -19 ໂດຍແມ່ນ ສະຫາຍ ພົນໂທ ຫງຽນຈິວິງ ເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດ ຫວຽດນາມເປັນປະທານກອງປະຊຸມ, ມີບັນດາເຈົ້າໜ້າທີ່ອາວຸໂສ ກະຊວງປ້ອງກັນປະເທດອາຊຽນເຂົ້າຮ່ວມຢ່າງພ້ອມພຽງຮຽງໜ້າ.
ສະຫາຍ ພົນໂທ ຫງຽນຈິວິງ ໄດ້ສະເໜີສະພາບຂອງອາຊຽນໂດຍຫຍໍ້, ໂດຍສະເພາະແມ່ນຊ່ວງໄລຍະທີ່ພະຍາດພວມລະບາດ, ສະຫາຍໄດ້ກ່າວສະແດງຄວາມຂອບໃຈມາຍັງບັນດາປະເທດອາຊຽນທີ່ ທີ່ຍາມໃດກໍ່ຍົກສູງຄວາມສາມັກຄີ, ການພົວພັນ ແລະ ຮ່ວມມືກັນເປັນວຽກງານໜຶ່ງທີ່ສໍາຄັນ. ເວົ້າລວມ, ເວົ້າສະເພາະແມ່ນໃນຊ່ວງໄລຍະພະຍາດລະບາດທີ່ຮ້າຍແຮງນີ້, ບັນດາປະເທດອາຊຽນ ກໍຄືກະຊວງປ້ອງກັນປະເທດອາຊຽນ ກໍໄດ້ເອົາໃຈໃສ່ແລກປ່ຽນບົດຮຽນໃນການສະກັດກັ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ປຸກລະດົມວຽກງານການພົວພັນສາກົນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຊ່ວງໄລຍະວິກິດການນີ້ອີກດ້ວຍ.
ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ຫົວໜ້າເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມຂອບໃຈມາຍັງບັນດາເຈົ້າໜ້າທີ່ອາວຸໂສອາຊຽນໃນການໃຫ້ການຮ່ວມມືເພື່ອສະກັດກັ້ນພະຍາດລະບາດໃນຄັ້ງນີ້. ສະຫາຍກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ -19 ແມ່ນເປັນລັກຊະນະຂ້າມຊາດ ແລະ ຍັງຈະສືບຕໍ່ແຜ່ລາມໃນວົງກວ້າງ ໂດຍບໍເລືອກເພດ, ໄວ, ບໍ່ຈໍາແນກປະເທດໃຫຍ່, ນ້ອຍ, ປະເທດທີ່ພັດທະນາແລ້ວຫຼືກໍາລັງພັດທະນາ ກໍ່ລ້ວມແຕ່ໄດ້ຮັບຜົນກະທົບທາງດ້ານການເມືອງ,ເສດຖະກິດ, ວັດທະນະທໍາ-ສັງຄົມ, ລວມທັງລະບົບສາທາລະນະສຸກ, ແລະວິຖີການດໍາລົງຊີວິດຂອງມວນມະນຸດ.
ແຕ່ລະປະເທດກໍ່ໄດ້ອອກມາດຕະການຕ່າງໆ ເພື່ອສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ - 19 , ເປັນຕົ້ນແມ່ນ ການເວັ້ນໄລຍະຫ່າງທັງສັງຄົມ, ການປິດປະເທດ ແລະ ອື່ນໆ. ຈາກການວາງມາດຕະການດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ກັບດ້ານເສດຖະກິດ ແລະ ວິຖີການດໍາລົງຊີວິດຂອງສັງຄົມພາຍໃນປະເທດ. ເພາະວ່າ ການຄ້າລະຫວ່າງປະເທດຖືກຈໍາກັດ, ເຮັດໃຫ້ລະບົບການຜະລິດ ແລະ ການຈາລະຈອນຂອງສິນຄ້າແບບຕ່ອງໂສ້ ບໍ່ສາມາດດໍາເນີນງານໄດ້ເຕັມເມັດເຕັມໜ່ວຍ, ເຊິ່ງເຮັດໃຫ້ສະຖຽນລະພາບທາງດ້ານສະບຽງອາຫານສັ່ນຄອນ, ສີນຄ້າລາຄາເພີ່ມຂື້ນ, ອຸດສາຫະກໍາການບິນ-ການທ່ອງທ່ຽວຖືກຕັດຂາດ, ອັດຕາການວ່າງງານເພີ່ມຂຶ້ນ ອັນພາໃຫ້ເກີດຄວາມສັບສົນທາງດ້ານການເມືອງ, ສັງຄົມ ຕະຫຼອດຮອດວຽກງານພົວພັນສາກົນ.
ກອງປະຊຸມໄດ້ແລກປ່ຽນບົດຮຽນຫຼາຍດ້ານ ເປັນຕົ້ນແມ່ນວຽກງານການຮ່ວມມືກັນໃນການສະກັດກັ້ນພະຍາດໂຄວິດ-19 , ການຊ່ວຍເຫຼືອກັນໃນສິ່ງທີ່ຈໍາເປັນ ແລະ ພ້ອມຮ່ວມມືກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ຮ.ທ ຄໍາບົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















