ເຊັນສັນຍາມອບ-ຮັບໂຄງການກໍ່ສ້າງອາຄານຊົ່ວຄາວ ແລະ ຕາຂ່າຍໄຟຟ້າກອງພັນໃຫຍ່ 102
ເວລາອອກຂ່າວ: 2020-05-19 08:57:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 670 | ຄວາມນິຍົມ: ![]()
ໃນວັນທີ 15 ພຶດສະພາ 2020
ນີ້, ຢູ່ທີ່ກອງພັນໃຫຍ່ 102 ທີ່ຂຶ້ນ
ກັບກອງພົນທີ1 ໄດ້ຈັດພິທີເຊັນ
ສັນຍາມອບ-ຮັບ ໂຄງການກໍ່ສ້າງ ອາຄານ ແລະ ຕາຂ່າຍໄຟຟ້າ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະ ພັກ ຫົວໜ້າການເມືອງກອງພົນ
ທີ 1, ມີອະນຸກໍາມະການກົມຄຸ້ມ ຄອງກໍ່ສ້າງຊັບສິນກົມໃຫຍ່ພະ ລາທິການກອງທັບ, ປະທານບໍລິ ສັດ APB ພັດທະນາຈໍາກັດ, ຄະ
ນະພັກ-ຄະນະບັນຊາ, ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງດັ່ງກ່າວເປັນ
ອາຄານແບບຊົ່ວຄາວເສົາເບຕົງເສີມເຫຼັກ, ຝາໄມ້ອັດ, ຫຼັງຄາໄມ້, ມຸງດ້ວຍສັງກະສີ, ປະກອບດ້ວຍ ລະບົບໄຟຟ້າ, ນຳ້ບາດານ, ເຄື່ອງເຟີນີເຈີຫ້ອງການຄົບຊຸດ, ປະກອບມີຫ້ອງການ 4 ຫຼັງ, ເຮືອນນອນ 4 ຫຼັງ, ສະໂມສອນ 1
ຫຼັງ, ເຮືອນຄົວ 1 ຫຼັງ, ສາງ
ເກັບມ້ຽນເຄື່ອງ 1 ຫຼັງ, ອ່າງເກັບ
ນຳ້ 3 ອ່າງ, ຕາຂ່າຍໄຟຟ້າອ້ອມ ຄ້າຍລວມມູນຄ່າການກໍ່ສ້າງ ທັງໝົດ 10.337.957.000 ກີບ ການກໍ່ສ້າງແມ່ນສໍາເລັດຕາມ ກໍານົດເວລາ ແລະ ເປົ້າໝາຍມີ ການກວດກາລາຍງານຜົນການ ກໍ່ສ້າງເປັນປັກກະຕິ ແລະ ຖືກ ຕ້ອງຕາມແບບແຜນທີ່ກຳນົດໄວ້.
ໂດຍ: ແພງທອງ ສີດາເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















