ປະກາດແຕ່ງຕັ້ງຂັ້ໜຫ້ອງ ແລະ ບາງພະແນກການທີ່ຂຶ້ນກັບໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2020-05-19 09:05:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 749 | ຄວາມນິຍົມ: ![]()
ໃນວັນທີ 14 ພຶດສະພາ 2020
ນີ້, ໂຮງໝໍສູນກາງ 103 ກອງທັບ
ໄດ້ຈັດພິທີປະກາດແຕ່ງຕັ້ງຂັ້ນ ຫ້ອງ, ບາງພະແນກ ແລະ ຂະ
ແໜງການຢູ່ພາຍໃນໂຮງໝໍສູນ
ກາງ 103 ກອງທັບ, ໂດຍພາຍ
ໃຕ້ການເປັນປະທານຂອງສະ
ຫາຍ ພົນຈັດຕະວາ ຄຳເພັດ
ສີຊານົນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີຄະນະພັກ-ຄະນະ ບັນຊາ ແລະ ພະນັກງານຫຼັກແຫຼ່ງ ພາຍໃນໂຮງໝໍສູນກາງ 103 ກອງ
ທັບເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ໄຊພູ
ບານ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ພະລາທິການ ກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ແລະ ຂໍ້
ຕົກລົງຂອງກົມໃຫຍ່ພະລາທິ ການກອງທັບ ໃນນັ້ນໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຈັນທະວົງ ອຸປະ
ດີ ເປັນຮອງຫົວໜ້າຫ້ອງພະ ລາທິການ-ເຕັກນິກໂຮງໝໍສູນ ກາງ 103 ກອງທັບ, ສະຫາຍ ພັນ
ໂທ ສາຄູນ ພົງສະຫວັນ ເປັນ ຫົວໜ້າພະແນກເຕັກໂນໂລຊີສິ່ງ ແວດລ້ອມ, ສະຫາຍ ພັນໂທ ນາງ
ມະໄລພອນ ອໍລະໄມ ເປັນຫົວ ໜ້າພະແນກບໍລິຫານ-ສັງລວມ ຫ້ອງການເມືອງ, ສະຫາຍ ພັນຕີ ນາງ ສາຍສະໝອນ ພົມທະວົງ ເປັນຫົວໜ້າພະແນກປະກັນສຸຂະ ພາບ, ສະຫາຍ ພັນຕີ ສຸກສັນ
ເພັງສຸວັນ ເປັນຫົວໜ້າພະແນກ ອຸປະໂພກ-ບໍລິໂພກ, ສະຫາຍ ພັນ
ໂທ ນາງ ບຸນທຳ ໄຊປັນຍາ ເປັນ ຮອງຫົວໜ້າພະແນກອຸປະໂພກ-ບໍລິໂພກ, ສະຫາຍ ພັນຕີ ນາງ ພູຄຳ ວົງພານຄຳ ເປັນຮອງຫົວ ໜ້າພະແນກປິ່ນປົວພະນັກງານ, ສະຫາຍ ພັນຕີ ຂັນຄຳ ຄຳພົນ ເປັນຮອງຫົວໜ້າພະແນກແຜນ ການ ຫ້ອງພະລາທິການ-ເຕັກ ນິກ, ສະຫາຍ ຮ້ອຍເອກ ນາງ ອຳພາໄພ ບົວທອງປະເສີດ ເປັນ
ຮອງຫົວໜ້າພະແນກສະຫະພັນ ນັກຮົບເກົ່າ ຂ17, ສະຫາຍ ຮ້ອຍ
ເອກ ທອງ ແສງສະຫວ່າງ ເປັນ
ຮອງຫົວໜ້າພະແນກວາງຢາ ສະຫລົບ ແລະ ຟື້ນຟູຊີບ, ສະຫາຍ ພັນຕີ ນາງ ຂັນທະພອນ ຈ່າສານ ເປັນຫົວໜ້າຂະແໜງປຸງແຕ່ງ ພະແນກອຸປະໂພກ-ບໍລິໂພກ ຫ້ອງ
ພະລາທິການ-ເຕັກນິກໂຮງໝໍສູນ ກາງ 103 ກອງທັບ.
ໂອກາດນີ້ ສະຫາຍ ພົນຈັດຕະ
ວາ ຄຳເພັດ ສີຊານົນ ໄດ້ເນັ້ນ ໜັກໃຫ້ບັນດາສະຫາຍທີ່ໄດ້ຮັບ
ການແຕ່ງຕັ້ງ ແລະ ມອບໝາຍ
ໜ້າທີ່ໃນຄັ້ງນີ້ຈົ່ງສືບຕໍ່ເຮັດວຽກ
ງານສຶກສາອົບຮົມການເມືອງ ແນວຄິດຕິດພັນແໜ້ນກັບໜ້າທີ່ວິຊາສະເພາະຂອງຕົນເຮັດວຽກ ເປັນໝູ່ຄະນະບຸກຄົນຮັບຜິດຊອບ, ກ້າມອບໝາຍໜ້າທີ່ໃຫ້ພະນັກ ງານຂັ້ນວິຊາການ, ຕ້ອງຍອມຮັບ ຄຳຕຳນິຕິຊົມກໍ່ສ້າງໃນໝູ່ຄະນະ, ອອກແຮງຄົ້ນຄວ້າວິຊາສະເພາະ ໃຫ້ເກັ່ງໂດຍສະເພາະວິຊາການ ແພດ ແລະ ວິຊາການຂະແໜງ ທີ່ຕົນຮັບຜິດຊອບຮັບປະກັນທຸກໜ້າທີ່ວຽກງານໃຫ້ມີການປັບປຸງ ດີຂຶ້ນ, ສ້າງພະນັກງານໃຫ້ມີຜູ້ສືບ ທອດປ່ຽນແທນທາງດ້ານວິຊາ ສະເພາະ, ພ້ອມກັນນຳພາກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນ ສະໄໝຂຶ້ນເລື້ອຍໆ.
ໂດຍ: ສີຈັນ ເພັດວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















