ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ມອບ-ໂອນ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ
ເວລາອອກຂ່າວ: 2020-05-19 09:06:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 601 | ຄວາມນິຍົມ:



ພິທີມອບ-ໂອນການຄຸ້ມຄອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍ ບາຍອອກຮັບອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບທົ່ວແຂວງໃຫ້ ກໍາລັງປະກອບອາວຸດລະຫວ່າງພະແນກແຮງງານ ແລະ ສະຫວັດ ດີການສັງຄົມ ແຂວງໄຊຍະບູລີ ກັບ ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນ ທີ 12 ພຶດສະພາ 2020 ໂດຍການ ເຂົ້າຮ່ວມຂອງ ທ່ານ ເພັງນີລັນ ຄໍາພັນເພັງ ຮອງເຈົ້າແຂວງໆໄຊ ຍະບູລີ, ມີແຂກຖືກເຊີນຈາກກອງ ພົນທີ 2, ພະແນກການອ້ອມຂ້າງ ແຂວງພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະ ຍານ. ໃນພິທີ ທ່ານ ນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງໄຊຍະບູລີ ໄດ້ລາຍ ງານໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງ ມີພະນັກງານບໍານານ, ພະນັກ ງານເສຍອົງຄະ, ອະດີດນາຍ ແລະ ພົນທະຫານ, ອະດີດນາຍ ແລະ ພົນຕໍາຫຼວດ, ລູກກຳພ້າ ແລະ ໝ້າຍ ທັງໝົດ 992 ທ່ານ ໃນນີ້ ຝ່າຍປ້ອງກັນຊາດ ມີ 885 ທ່ານ, ຝ່າຍປ້ອງກັນຄວາມສະຫງົບ 107 ທ່ານ, ມີຜູ້ເກີດສິດປິ່ນປົວສຸຂະ ພາບຕາມກົດໝາຍ ວ່າດ້ວຍການ ປະກັນສັງຄົມ 1.018 ທ່ານ. ຕະ ຫຼອດໄລຍະຜ່ານມາກະຊວງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມຄຸ້ມຄອງ ໃນການປະຕິບັດນະໂຍບາຍກໍຄື ການປະຕິບັດລະບົບອຸດໜູນ ຕ່າງໆແມ່ນໄດ້ປະຕິບັດຕາມນິຕິ ກໍາຂອງລັດຖະບານ ເປັນຕົ້ນການ ເບີກຈ່າຍລະບົບອຸດໜູນແມ່ນຈັດ ຕັ້ງປະຕິບັດຕາມດໍາລັດ 178/ນຍ, ດໍາລັດ 70/ນຍ ວ່າດ້ວຍລະບົບປະ ກັນສັງຄົມໃຫ້ແກ່ພະນັກງານທະ ຫານຕໍາຫຼວດ ສໍາລັບອະດີດນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານຄຸນ ງາມຄວາມດີຕໍ່ພາລະກິດການ ປະຕິວັດຊາດປະຊາທິປະໄຕເຂົ້າ ການປະຕິວັດແຕ່ວັນທີ 31 ທັນວາ 1974 ຄືນຫຼັງນັ້ນແມ່ນໄດ້ປະຕິ ບັດນະໂຍບາຍຕາມດຳລັດ 272/ລບ ເປັນຕົ້ນແມ່ນແກ້ໄຂ ເງິນນາມມະຍົດວີລະຊົນແຫ່ງ ຊາດ ຈໍານວນ 11 ທ່ານ, ນັກຮົບ ແຂ່ງຂັນ 30 ທ່ານ, ເງິນປ່ຽນ ແທນໂກຕ້າລົດໃຫ້ພະນັກງານປະຕິວັດອາວຸດໂສເຂົ້າການປະຕິວັດ ແຕ່ປີ 1954 ຄືນຫຼັງ 27 ທ່ານ, ເງິນສົມທົບປຸກສ້າງສ້ອມແປງ ເຮືອນ 85 ທ່ານ, ສໍາລັບຜູ້ເສຍອົງ ຄະໃນແຕ່ລະປີໄດ້ມີການບໍລິການ ປ່ຽນຖ່າຍອົງຄະທຽມໃຫ້ປົກກະ ຕິ. ຈາກນັ້ນ,ໄດ້ມີພິທີລົງນາມ ບົດບັນທຶກການມອບ-ໂອນການ ຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດທີ່ໄດ້ ຮັບນະໂຍບາຍອອກພັກການ- ຮັບອຸດໜູນບໍານານ ແລະ ເສຍ ອົງຄະຍ້ອນການສູ້ຮົບ ແລະ ຮັບ ໃຊ້ການສູ້ຮົບຢ່າງເປັນທາງການ. ໂດຍ: ສາຄອນ ໄຊສົມຮັກສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ