ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງທັບ ຜ່ານເຂົ້າຮອບ 8 ທີມບານສົ່ງທົ່ວປະເທດ 2018
ເວລາອອກຂ່າວ: 2018-12-07 09:56:18 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1390 | ຄວາມນິຍົມ:



ເປີດສາກຂຶ້ນຢ່າງເປັນທາງ ການແລ້ວການ​ແຂ່ງຂັນ​ກີລາ​ບານ​ສົ່ງໃນຮົ່ມປະເພດທີມຍິງ-ທີມຊາຍທົ່ວ​ປະ​ເທດຊີງ​ຂັນ​ປະ ທານ​ສະຫະພັນ​ບານ​ສົ່ງ​ແຫ່ງ ຊາດ​ລາວ ຫຼື ສບລ ປະຈຳ​ປີ 2018. ຂະນະທີ່ຄູ່ເປີດສະໜາມ ປະເພດທີມຊາຍແຊັມເກົ່າກະ ຊວງປ້ອງກັນປະເທດ ຫຼື ກອງ ທັບສະແດງຟອມເກັ່ງຢ່າງສົມ ສັກສີໄລ່ເອົາຊະນະທີມກອງ ບັນຊາການປ້ອງກັນຄວາມສະ ຫງົບແຂວງວຽງຈັນ ໄປແບບ ສະບາຍມື 3-0 ເຊັດ ດ້ວຍຄະ ແນນ 25-14, 25-14 ແລະ 25-21 ແລະ ມື້ທີສາມ ເອົາຊະ ນະ ທີມມິນິຊິກ ເຊັນວີຊີ 3-1 ເຊັດ ຜ່ານເຂົ້າຮອບ 8 ທີມ. ພິທີເປີດການແຂ່ງຂັນລາຍ ການດັ່ງກ່າວໄດ້ມີຂຶ້ນເມື່ອວັນທີ 3 ທັນວາ ຜ່ານມາ ທີ່ສະໜາມ ກີລາບານສົ່ງແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງກະ ຊວງສຶກສາທິການ ແລະ ກີລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງ ຊາດລາວ ພ້ອມດ້ວຍຄະນະບໍລິ ຫານງານ ສບລ ແລະ ຄະນະນຳ ແຕ່ລະແຂວງ, ບັນດາສະໂມ ສອນກີລາບານສົ່ງອ້ອມຂ້າງສູນ ກາງ, ຄູເຝິກ ແລະ ນັກກີລາຕະ ຫຼອດຮອດກອງເຊຍເຂົ້າຮ່ວມ ຊົມ ແລະ ເຊຍຫຼາຍຮ້ອຍຄົນ. ທ່ານ ຈັນສະໝອນ ຜ່ອງຈັນ ທາ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ດຳເນີນ ໃນລະຫວ່າງວັນທີ 3-9 ທັນວາ 2018 ໂດຍໄດ້ຮັບການ ອຸປະຖຳຫຼັກຈາກບໍລິສັດເບຍ ລາວ ຈຳກັດລວມມູນຄ່າ 135 ລ້ານກວ່າກີບ ເຊິ່ງມີຈຸດປະສົງ ເພື່ອເປັນການສ້າງຂະບວນການ ສະເຫຼີ​ມສະຫຼອງ​ວັນຊາດ​ ທີ 2 ທັນວາ ຄົບຮອບ 43 ປີ, ວັນຄ້າຍ ວັນເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 98 ປີ, ວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ໃຫ້ມີຂະບວນຟົດຟື້ນ ມ່ວນຊື່ນ. ອີກດ້ານໜຶ່ງກໍເພື່ອ ເປັນການພັດທະນາກີລາບານ ສົ່ງຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນໄວໜຸ່ມ ແລະ ແມ່ຍິງໃຫ້ໃຊ້ເວລາຫວ່າງໃຫ້ ເປັນປະໂຫຍດ ໂດຍການຫັນມາ ຫຼິ້ນກີລາສ້າງໃຫ້ສຸຂະພາບແຂງ ແຮງຕ້ານປາກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນໃນສັງຄົມປັດ ຈຸບັນ. ນອກນີ້ຍັງເປັນການຄັດ ເລືອກເອົານັກກີລາທີ່ມີພອນສະ ຫວັນ ແລະ ມີເງື່ອນໄຂຄົບຖ້ວນ ສ້າງເປັນທີມຊາດໃນອະນາຄົດ. ຄຽງຄູ່ກັນນັ້ນ, ກໍເພື່ອສ້າງຂີດ ຄວາມສາມາດນັກກີລາໃຫ້ຍົກ ລະດັບມີຄຸນະພາບທີ່ດີ ແລະ ສົ່ງ ເສີມບຸກຄະລາກອນຂອງສະຫະ ພັນກຳມະການຕັດສິນ ແລະ ຄະ ນະຮັບຜິດຊອບຈັດການແຂ່ງ ຂັນໄດ້ມີທ່າກ້າວທີ່ພົ້ນເດັ່ນໃນ ລະດັບພາກພື້ນ ແລະ ສາກົນ ໃນ ຕໍ່ໜ້າ ທັງນີ້, ກໍເພື່ອເປັນການ ຮອງຮັບການແຂ່ງຂັນງານມະ ຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມຈະຈັດຂຶ້ນໃນ ທ້າຍປີ 2019. ທ່ານປະທານ ສບລ ກ່າວຕື່ມ ອີກວ່າ: ການແຂ່ງຂັນບານສົ່ງ ໃນຮົ່ມຄັ້ງນີ້ມີທັງໝົດ 16 ທີມ ເຂົ້າຮ່ວມ, ໃນນີ້ສະເພາະປະເພດ ທີມຊາຍ ມີ 10 ທີມ ແບ່ງອອກ ເປັນ 3 ສາຍ ຄື: ສາຍ ເອ, ສາຍ ບີ ແລະ ສາຍຊີ. ການແຂ່ງຂັນ ແມ່ນຄັດເລືອກເອົາທີມທີ 1-2 ແຕ່ລະສາຍຜ່ານເຂົ້າຮອບ 8 ທີມ ສຸດທ້າຍ ແລະ ຄັດເອົາທີ 3 ສອງ ທີມທີ່ມີຄະແນນດີທີ່ສຸດເຂົ້າຮອບ ຕາມຫຼັງໄປ. ສາຍ ເອ ປະກອບມີ ແຊັມເກົ່າກະຊວງປ້ອງກັນປະ ເທດ ຫຼື ກອງທັບ, ທີມມິນິຊິກ ເຊັນວີຊີ, ກອງບັນຊາການປ້ອງ ກັນຄວາມສະຫງົບ ແຂວງວຽງ ຈັນ; ສາຍ ບີ ລາວເດີນອາກາດ ຫຼື ສະກາຍເວ, ແຂວງອຸດົມໄຊ, ສະໂມສອນແຂວງວຽງຈັນ; ສາຍຊີ ເຫຼົ່າຮົບລົດຕັງ-ຍານ ເກາະ, ຄະນະວິທະຍາສາດທຳ ມະຊາດ, ສະໂມສອນຟຣີແມນ ແລະ ກອງພົນທີ 5. ສ່ວນປະເພດ ທີມຍິງ 6 ທີມ ແບ່ງ ອອກເປັນ 2 ສາຍສາຍລະ 3 ທີມແຕ່ລະສາຍ ແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າຮອບ 4 ທີມສຸດ ທ້າຍ, ໃນນັ້ນ ສາຍເອ ມີແຊັມ ເກົ່າກອງທັບ, ກອງພົນທີ 5 ແລະ ສະໂມສອນວຽງຈັນ; ສາຍ ບີ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ກະຊວງປ້ອງກັນ ຄວາມສະຫງົບ ຫຼື ປກສ ແລະ ສະຖາບັນຍຸຕິທຳ. ສຳລັບລາງວັນ ຊະນະເລີດການແຂ່ງຂັນລາຍ ການນີ້ທີມຍິງ ແລະ ທີມຊາຍ ໄດ້ ເທົ່າກັນໝົດ ຄື: ທີ 1 ຈະໄດ້ຮັບ ຂັນແຊັມພ້ອມເງິນສົດ 8 ລ້ານ ກີບ, ທີ 2 ຈະໄດ້ຮັບລາງວັນເງິນ ສົດ 5 ລ້ານກີບ, ທີ 3 ຈະໄດ້ຮັບ ລາງວັນເງິນສົດ 3 ລ້ານກີບ ແລະ ທີ 4 ຈະໄດ້ຮັບລາງວັນ ເງິນສົດ 1,5 ລ້ານກີບ. ພາຍຫຼັງພິທີເປີດການແຂ່ງຂັນ ໄດ້ສຳເລັດລົງ ກໍໄດ້ມີຄູ່ເປີດສະ ໜາມແຂ່ງຂັນປະເພດທີມຊາຍ ລະຫວ່າງແຊັມເກົ່າກອງທັບ ພົບກັບ ປກສ ແຂວງວຽງຈັນ ຜ່ານການແຂ່ງຂັນຜົນປາກົດວ່າ: ກອງທັບປະເດີມສະໜາມໄດ້ ຢ່າງສວຍງາມສະແດງຟອມເກັ່ງ ສົມລາຄາແຊັມເກົ່າໄລ່ເອົາຊະ ນະ ປກສ ແຂວງວງຽງຈັນ ໄປ ແບບສະບາຍມື 3-0 ເຊັດ ດ້ວຍຄະແນນ 25-14, 25-14 ແລະ 25-21 ແລະ ເອົາຊະ ນະ ທີມມິນິຊິກ ເຊັນວີຊີ 3-1 ເຊັດ ຜ່ານເຂົ້າຮອບ 8 ທີມ ແນ່ ນອນແລ້ວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ