ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ມາເລເຊຍລົ້ມແຊັມເກົ່າໄທຍຜ່ານເຂົ້າສູ່ຮອບຊິງສະນະເລີດເຕະບານ ຊຸຊຸກິຄັບ 2018
ເວລາອອກຂ່າວ: 2018-12-07 09:58:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1399 | ຄວາມນິຍົມ:



ທີມຊາດມາເລເຊຍສະແດງ ສີຕີນໄດ້ໂດດເດັ່ນໃນການແຂ່ງ ຂັນເຕະບານຊຸຊຸກິຄັບ 2018 ໃນ ຮອບຮອງຊະນະເລີດ ໂດຍການ ໄລ່ຕີສະເໝີແຊັມເກົ່າໄທ 2-2 ປະ ຕູ ເຮັດໃຫ້ທີມຊາດມາເລເຊຍ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໃນຖານະທີມຍິງປະຕູເຈົ້າຖິ່ນໄດ້ ເຖິງ 2 ປະຕູ, ຫລັງໃນນັດທຳອິດ ທີມຊາດໄທບໍ່ສາມາດຍິງປະຕູໄດ້ ໃນບ້ານຂອງມາເລເຊຍ. ລຸ້ນຈົນເຖິງວິນາທີສຸດທ້າຍ ໃນການແຂ່ງຂັນເຕະບານຊຸຊຸກິ ຄັບ 2018 ເມື່ອວັນທີ 5 ທັນວາ ທີ່ຜ່ານມາ ທີມຊາດມາເລເຊຍ ສະເໝີກັບທີມຊາດໄທ 2-2 ປະຕູ ແຕ່ຫນ້າເສຍດາຍໃນໄລຍະຕໍ່ເວ ລາພິເສດຂອງທີມຊາດໄທມາ ໄດ້ຈຸດໂທດໃນນາທີທີ 93 ຖ້າຍິງ ເຂົ້າເປັນປະຕູແມ່ນເຂົ້າຮອບທັນ ທີ ແຕ່ອະດິສັກ ໄກສອນ ກອງ ຫນ້າທີມຊາດໄທ ຍິງບານຂ້າມ ຄານອອກນອກສະໜາມເຮັດໃຫ້ ກອງເຊຍມາເລເຊຍ ຕ້ອງໄດ້ເຮ ທົ່ວສະໜາມ ເຮັດໃຫ້ທີມຊາດ ມາເລເຊຍສະເໝີກັບທີມຊາດໄທ 2-2 ປະຕູ. ຈາກຜົນດັ່ງກ່າວສົ່ງ ຜົນໃຫ້ມາເລເຊຍເຂົ້າຮອບຊີງຊະ ນະເລີດດ້ວຍກົດປະຕູທີມຢາມ ເນື່ອງຈາກຍິງປະຕູນອກບ້ານໄດ້. ສຳລັບນັດຊີງຊະນະເລີດແມ່ນ ຈະແຂ່ງຂັນກັນ 2 ນັດເຊັ່ນກັນ ໂດຍໃນນັດທຳອິດຈະແຂ່ງຂັນ ໃນວັນທີ 11 ທັນວາ ແລະ ນັດທີ ສອງຈະແຂ່ງຂັນໃນວັນທີ 15 ທັນວາ 2018 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ