ວິທະຍາຄານການແພດກອງທັບ ໄດ້ຮ່ວມບໍລິຈາກເລືອດ
ເວລາອອກຂ່າວ: 2020-05-27 15:25:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 293 | ຄວາມນິຍົມ: ![]()
ໃນວັນທີ 21 ພຶດສະພາ 2020 ວິທະຍາຄານການແພດກອງທັບ ໄດ້ເຂົ້າຮ່ວມບໍລິຈາກເລືອດ ໃຫ້
ສູນເລືອດແຫ່ງຊາດ (ອົງການ
ກາແດງລາວ) ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ
ພັນໂທ ນາງ ວິໄລ ອິນທິລາດ ກໍາມະການຄະນະພັກ ຮອງຫົວ ໜ້າຫ້ອງແຜນການອົບຮົມ ວິທະ ຍາຄານການແພດກອງທັບ, ມີ ສະຖາບັນກັນພະຍາດພະແນກ ເສນາຮັກ, ພະນັກງານຄູ-ອາ
ຈານ, ນັກສຶກສາ ແລະ ນັກຮົບ ເຂົ້າຮ່ວມ.
ທ່ານ ດຣ ແພງທອງ ບານ ຈັນທະວົງ ຮອງຫົວໜ້າພະແນກ ສູນບໍລິຈາກເລືອດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ກ່າວຈຸດປະ ສົງໃນການບໍລິຈາກເລືອດດ້ວຍ ຄວາມສະໝັກໃຈ ບໍຮຽກຮ້ອງ ສິ່ງຕອບແທນໃດໆ ເພື່ອນຳໄປຊ່ວຍກອບກູ້ຊີວິດເພື່ອນມະນຸດ ດ້ວຍກັນ, ເຊິ່ງຕົວຢ່າງເລືອດກໍ ສາມາດນໍາໃຊ້ເຂົ້າໃນການຄົ້ນ ຄວ້າວິໃຈ ຜ່ານການກວດຕົວຈິງ, ມີພະນັກງານ-ຄູອາຈານ, ນັກສຶກ ສາແພດໃນທົ່ວວິທະຍາຄານ ການແພດກອງທັບ ໄດ້ສະໝັກໃຈ ບໍລິຈາກເລືອດໃຫ້ສູນເລືອດ ແຫ່ງຊາດ ຈໍານວນ 24 ສະຫາຍ,
ຍິງ 10 ສະຫາຍ ລວມ: 24 ຖົງ,
ປະລິມານຖົງລະ 250 CC=
6.000 CC. ວິທະຍາຄານການ ແພດກອງທັບ ເປັນກົມກອງ ໜຶ່ງທີ່ໄດ້ຮ່ວມແຮງຮ່ວມໃຈກັນ
ແລະ ໃຫ້ຄວາມສຳຄັນໃນການບໍ ລິຈາກເລືອດເພື່ອຊ່ວຍເຫຼືອສັງ ຄົມ. ຜ່ານມາ ວິທະຍາຄານການ ແພດກອງທັບ ໄດ້ເຂົ້າຮ່ວມບໍ ລິຈາກເລືອດຈຳນວນ 21 ຄັ້ງ.
ໂດຍ: ວົງໄຊ ຄຳຫຼ້າ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















