ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ມອບບັດໃຫ້ສະມາສິກພັກສົມບູນ
ເວລາອອກຂ່າວ: 2020-05-29 10:17:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ: ![]()
ວັນທີ 26 ພຶດສະພາ ນີ້, ສະ
ຖາບັນອະນາໄມກັນພະຍາດ ແລະ
ສົ່ງເສີມສຸຂະພາບກອງທັບ ໄດ້
ຈັດພິທີມອບ-ຮັບບັດສະມາຊິກ ພັກສົມບູນ ຄັ້ງທີ IV ໃຫ້ຜູ້ທີ່ມີ ເງື່ອນໄຂມາດຖານຄົບຖ້ວນທີ່ຂຶ້ນ
ກັບຄະນະພັກຮາກຖານ ຈຳນວນ
20 ສະຫາຍ ໂດຍການເປັນປະ ທານຂອງ ສະຫາຍ, ພັນໂທ ດຣ
ໂພສະເດັດ ເສນາມຸນຕີ ເລຂາຄະ
ນະພັກຮາກຖານ, ຫົວໜ້າການ
ທະຫານສະຖາບັນອະນາໄມກັນ ພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ, ມີຄະນະພັກ- ຄະນະບັນ ຊາ ແລະ ສະມາຊິກພັກ ເຂົ້າຮ່ວມ.
ການມອບບັດໃຫ້ສະມາຊິກພັກ
ໃນຄັ້ງນີ້ ເປັນການຢັ້ງຢືນເຖິງຜົນ ງານການນໍາພາ, ການເປັນແບບ ຢ່າງນໍາໜ້າໃນການປະຕິບັດລະ ບຽບຫຼັກການຂອງພັກ, ເປັນແບບ
ຢ່າງນໍາໜ້າໃຫ້ແກ່ກົມກອງ ແລະ
ມະຫາຊົນຕະຫຼອດໄລຍະຜ່ານ ມາຂອງສະມາຊິກພັກຈຳນວນ ດັ່ງກ່າວ. ທັງເປັນການຈັດຕັ້ງປະ ຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກທີ່ຄະນະພັກຂັ້ນເທິງວາງອອກອີກດ້ວຍ.
ໂດຍ: ອ້ອຍພັນ ແພງບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















