ການນຳພັກ-ລັດ ແຂວງອຸດົມໄຊ ຈັດກິດຈະກຳປູກຕົ້ນໄມ້
ເວລາອອກຂ່າວ: 2020-06-08 09:25:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 552 | ຄວາມນິຍົມ: ![]()
ໃນວັນທີ 1 ມິຖຸນາ 2020
ນີ້, ການນຳພັກ-ລັກແຂວງອຸດົມ
ໄຊ ເຊິ່ງນຳໂດຍ ທ່ານ ປອ ຄຳພັນ
ເຜີຍຍະວົງ ກຳມະການສູນກາງ
ພັກ, ເລຂາພັກແຂວງ, ເຈົ້າ
ແຂວງໆອຸດົມໄຊ, ມີທ່ານ ພັນເອກ
ຄຳຍິນ ແສງສຸລີ ເລຂາຄະນະພັກ
ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງອຸດົມໄຊ, ມີການນຳພັກ-ລັດອ້ອມຂ້າງ ແຂວງ, ພະນັກງານ-ລັດຖະກອນ
ອົງການ, ສອງກອງບັນຊາການ
ທະຫານ, ຕໍາຫຼວດ, ຕະຫຼອດຮອດ
ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍ
ເຍົາວະຊົນ ໄດ້ນຳເອົາຕົ້ນໄມ້ມາ ປູກຢູ່ສຸສານນັກຮົບປະຕິວັດ (ຫຼັກ6) ເນື່ອງໃນໂອກາດວັນປູກ
ຕົ້ນໄມ້ແຫ່ງຊາດ ແລະ ວັນເດັກ ນ້ອຍສາກົນ.
ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີ: ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ຕົ້ນໄມ້ປະ
ດັບ ແລະ ຕົ້ນໄມ້ໃຫ້ໝາກ, ນອກ
ຈາກຈະເປັນການສ້າງຂະບວນ ການຕ້ອນຮັບວັນປູກຕົ້ນໄມ້ແຫ່ງ ຊາດແລ້ວ ຍັງເປັນການຟື້ນຟູສິ່ງ
ແວດລ້ອມທາງທຳມະຊາດ ແລະ ເປັນການປູກໄມ້ທົດແທນຕົ້ນເກົ່າ ທີ່ຕາຍໄປ ເພື່ອເເນໃສ່ເພີ່ມພື້ນທີ່ສີ ຂຽວ, ເຮັດໃຫ້ຂອບເຂດດັ່ງກ່າວ ມີຄວາມສວຍສົດງົດງາມ ແລະ
ເປັນການປະກອບສ່ວນໃນແຜນ ພັດທະນາຕາມທິດສີຂຽວ ແລະ ຍືນຍົງອີກດ້ວຍ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















