
ກອງປະຊຸມທາບທາມບຸກຄະລາກອນເຂົ້າໃນຄະນະພັກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຮອບ 2
ເວລາອອກຂ່າວ: 2020-06-10 09:44:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:
ກອງປະຊຸມທາບທາມບຸກຄະ
ລາກອນເພື່ອລົງສະໝັກຮັບເລືອກ ຕັ້ງເຂົ້າໃນຄະນະພັກກອງບັນຊາ
ການທະຫານນະຄອນຫຼວງວຽງ ຈັນ ຮອບທີ 2 ໄດ້ຈັດຂຶ້ນໃນຕອນ ເຊົ້າ ຂອງວັນທີ 5 ມິຖຸນາ 2020 ນີ້,
ໂດຍການເປັນປະທານຂອງ ທ່ານ ລາດສະນິວົງ ອະມະດາທິທາຣາ ກຳມະການຄະນະປະຈຳພັກ, ປະ
ທານກວດກາພັກ-ລັດ ນະຄອນ ຫຼວງວຽງຈັນ, ມີສະຫາຍ ພົນຈັດ
ຕະວາ ສີພອນ ຈັນສົມວົງ ກຳມະ
ການຄະນະປະຈຳພັກ ນະຄອນຫຼວງ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ພ້ອມ ດ້ວຍຄະນະພັກ ແລະ ຜູ້ແທນສົມ ບູນ-ສຳຮອງເຂົ້າຮ່ວມ.
ທ່ານ ນາງ ດຳດວນ ຈັນທະ ວົງ ຮອງຫົວໜ້າພະແນກຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນ ຜ່ານມາດຖານ, ເງື່ອນໄຂຂອງຜູ້ ທີ່ຈະເຂົ້າສະໝັກເລືອກຕັ້ງຄະນະ ພັກກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ຊຸດໃໝ່ໃນ 5 ມາດຖານ ເປັນຕົ້ນແມ່ນຕ້ອງ
ມີຄຸນທາດການເມືອງໜັກແໜ້ນ
ມີນໍ້າໃຈເສຍສະຫຼະເພື່ອປະເທດ ຊາດເພື່ອປະຊາຊົນ, ມີຄຸນສົມ ບັດສິນທໍາປະຕິວັດ, ມີຄວາມຊື່ ສັດບໍລິສຸດ, ມີແບບແຜນດຳລົງ ຊີວິດປອດໃສຂາວສະອາດ, ເປັນ ແບບຢ່າງນຳໜ້າໃຫ້ແກ່ມະຫາ
ຊົນໃນການນຳພາ-ບັນຊາ, ຕ້ອງ
ມີຄວາມຮູ້, ຄວາມສາມາດໃນ
ການເຮັດວຽກ, ມີລະດັບວິຊາ ສະເພາະທີ່ແນ່ນອນ, ມີຄວາມ ສາມັກຄີພາຍໃນຢ່າງແໜ້ນແຟ້ນ, ສາມາດກຳໄດ້ທິດສະດີມາກ-ເລ ນິນ, ປະຕິບັດຕາມຄຳສັ່ງຂອງ ຂັ້ນເທິງທີ່ມອບໝາຍໃຫ້ເປັນ ຢ່າງດີ, ມີແບບແຜນວິທີນຳພາ ຢ່າງຖືກຕ້ອງ ເປັນຕົ້ນການປະ ຕິບັດລະບອບການນຳພາເປັນ ໝູ່ຄະນະ, ບຸກຄົນຮັບຜິດຊອບ ມີ ການແບ່ງງານຢ່າງລະອຽດ, ຮູ້ປະສານສົມທົບລະຫວ່າງຂັ້ນເທິງແລະ ຂັ້ນລຸ່ມ, ມີການສະຫຼຸບຕີລາ ຄາ ແລະ ສ່ອງແສງລາຍງານ ເພື່ອຖອດຖອນບົດຮຽນໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ມີທັດສະນະມະຫາຊົນຢ່າງຖືກຕ້ອງ,ມີສຸຂະພາບແຂງແຮງສາມາດ ປະຕິບັດໜ້າທີ່ວຽກງານໄດ້ ແລະ ຖືກຕ້ອງຄົບຖ້ວນຕາມມາດຖານ ເງື່ອນໄຂທີ່ວາງໄວ້ເປັນຢ່າງດີ.
ການປ່ອນບັດທາບທາມບຸກຄະ ລາກອນ ແມ່ນເປັນການຢັ່ງເບິ່ງ ຫາງສຽງຂອງພະນັກງານສະ
ມາຊິກພັກໃນທົ່ວກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ເພື່ອຄົ້ນຄວ້າເອົາເປົ້າໝາຍ ເກົ່າ ແລະ ໃໝ່ ໂດຍແມ່ນຜູ້ທີ່ມີມາດ ຖານ, ເງື່ອນໄຂຄົບຖ້ວນ ເພື່ອກະ ກຽມເຂົ້າສະໝັກເລືອກຕັ້ງຄະ ນະພັກກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ຊຸດ ໃໝ່ ໃນກອງປະຊຸມໃຫຍ່ຂັ້ນ ຂອງຕົນທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສູງຕາມລະດັບ ຄາດໝາຍທີ່ວາງໄວ້.
ໂດຍ: ແສງດາລາ ໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ