ເປີດຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ປະຈຳປີ 2020
ເວລາອອກຂ່າວ: 2020-06-16 09:49:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 626 | ຄວາມນິຍົມ: ![]()
ວັນທີ 15 ມິຖຸນາ 2020 ນີ້, ຢູ່ທີ່ສະໂມສອນໂຮງຮຽນ ທິດສະດີການເມືອງກອງທັບ ໄດ້ ຈັດພິທີເປີດຂະບວນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ຂຶ້ນ, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນທິດ ສະດີການເມືອງກອງທັບ, ມີຄະ
ນະພັກ, ພ້ອມດ້ວຍພະນັກງານ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ຫັດສະດີ ກຽດສັກສີ ຫົວໜ້າພະແນກຈັດ ຕັ້ງພັກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະ ແຜນການ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນໍາຊຸກຍູ້ກວດ
ກາຂະບວນການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020, ຜ່ານ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາ ມະການລົງຊຸກຍູ້, ຜ່ານມະຕິຕົກ ລົງຂອງຄະນະພັກໂຮງຮຽນທິດ ສະດີການເມືອງກອງທັບ ວ່າ ດ້ວຍເປົ້າໝາຍຖືກກວດກາ ເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ຜ່ານ ແຜນການກວດກາແບ່ງປະເພດ ສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ທົ່ວໂຮງຮຽນທິດສະດີ ການເມືອງກອງທັບ ແລະ ຜ່ານ ແຜນການເຄື່ອນໄຫວກວດກາ ຕີລາຄາຄຸນນະພາບໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ຕິດພັນກັບການ ກໍ່ສ້າງກົມກອງ 3 ປອດ ແລະ ກອງວັດທະນະທໍາ ເຊິ່ງຈະເລີ່ມ ຈັດຕັ້ງປະຕິບັດແຕ່ວັນທີ 16 ມິຖຸ ນາ ຫາ 31 ກໍລະກົດ 2020 ໃຫ້ ສໍາເລັດຕາມແຜນການ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ປອ ຄໍາຜາຍ ສະພັງເໜືອ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດ ຊອບຊຸກຍູ້ຂະບວນການກວດກາ ຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຄັດ ເລືອກສະມາຊິກພັກບຸກ ຄົນດີເດັ່ນ ເອົາໃຈໃສ່ຕິດຕາມ, ກໍາແໜ້ນໃຫ້
ໄດ້ເນື້ອໃນແທ້ຈິງ ເພື່ອໃຫ້ຖືກຕາມ
ເປົ້າໝາຍ. ແນໃສ່ປັບປຸງກໍ່ສ້າງ ໜ່ວພັກໃຫ້ເຂັ້ມແຂງຮອບດ້ານ ແລະ ເປັນໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ.
ໂດຍ: ທອງເພັດ ໄຊຍະເພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















