ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກົມໃຫຍ່ເຕັກນິກກອງທັບ ເຜີຍແຜ່ກົດໝາຍຕ້ານການສໍ້ລາດບັງຫຼວງ
ເວລາອອກຂ່າວ: 2020-06-16 09:56:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 704 | ຄວາມນິຍົມ:



ວັນທີ 11 ມິຖຸນາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງ ເຜີຍແຜ່ກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫຼວງ (ສະ ບັບປັບປຸງ), ກົດໝາຍວ່າດ້ວຍ ການກວດກາລັດ, ກົດໝາຍວ່າ ດ້ວຍການຕ້ານສະກັດກັ້ນການ ຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ, ກົດ ໝາຍວ່າດ້ວຍສະຫະພັນນັກຮົບ ເກົ່າ ແລະ ດຳລັດວ່າດ້ວຍຍຸດທະ ສາດຕ້ານການສໍ້ລາດບັງຫຼວງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າ ກົມ ໃຫຍ່ເຕັກນິກກອງທັບ, ມີຄະ ນະ ຈາກກົມກວດກາກະຊວງປ້ອງ ກັນປະເທດ, ສະຫະພັນນັກຮົບ ເກົ່າ, ມີຄະນະພັກ-ຄະນະບັນຊາ ກົມກອງຮາກຖານຕະຫຼອດຮອດ ພະນັກງານອົງການກົມໃຫຍ່ ເຕັກນິກ ເຂົ້າຮ່ວມ. ກອງປະຊຸມ ໄດ້ເຜີຍແຜ່ກົດ ໝາຍວ່າດ້ວຍການຕ້ານການສໍ້ ລາດບັງຫຼວງ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການກວດ ກາລັດ, ເພື່ອເຮັດໃຫ້ພະນັກງານ- ນັກຮົບທົ່ວກອງທັບ ເວົ້າລວມ, ເວົ້າສະເພາະກໍແມ່ນນາຍທະ ຫານທົ່ວກົມໃຫຍ່ເຕັກນິກກອງ ທັບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດ ໝາຍວ່າດ້ວຍການຕ້ານການສໍ້ ລາດບັງຫຼວງສະບັບປັບປຸງໃໝ່ ແລະ ກົດໝາຍວ່າດ້ວຍການກວດ ກາລັດ ເພື່ອເປັນບ່ອນອີງໃຫ້ແກ່ ການປະຕິບັດໜ້າທີ່, ການດໍາລົງ ຊີວິດຢ່າງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫຼວງ (ສະ ບັບປັບປຸງ ປີ 2018) ປະກອບມີ 10 ໝວດ ແລະ 64 ມາດຕາ ກົດ ໝາຍສະບັບນີ້ໄດ້ຖືກຮັບຮອງ ໂດຍກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ເຊິ່ງກົດໝາຍສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສະກັດ ກັ້ນການຕ້ານການສໍ້ລາດບັງ ຫຼວງ, ເພື່ອບໍ່ໃຫ້ຊັບສິນຂອງລັດ, ລວມໝູ່, ສັງຄົມ ຫຼື ສິດຜົນປະ ໂຫຍດອັນຊອບທຳຂອງພົນລະ ເມືືອງ ຖືກເສຍຫາຍ, ຖືກຍັກຢອກ ຫຼື ສໍ້ໂກງ, ນຳເອົາຜູ້ກະທຳຜິດ ມາດຳເນີນຄະດີ ແລະ ປົກປ້ອງຜູ້ບໍລິສຸດແນໃສ່ເຮັດໃຫ້ອົງການລັດມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສາມາດກວດກາໄດ້ທຸກເວລາ ປະກອບສ່ວນເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ ແລະ ໝັ້ນຄົງ, ສັງຄົມມີຄວາມສະ ຫງົບມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ຍຸຕິທຳ, ທັງນີ້ກໍເພື່ອຮັບ ປະກັນການກໍ່ສ້າງຊີ້ນຳ-ນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາ ການເຄື່ອນໄຫວວຽກງານຂອງ ພະນັກງານ, ແນໃສ່ເຮັດໃຫ້ມີ ຄວາມໜັກແໜ້ນທາງດ້ານການ ເມືອງ, ເຂັ້ມແຂງທາງດ້ານການ ຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ທັນ ສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ. ໃນກອງປະຊຸມ ກົມກົດໝາຍໄດ້ນຳເອົາປຶ້ມກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຈຳນວນ 120 ຫົວມາມອບໃຫ້ກົມໃຫຍ່ເຕັກນິກ ກອງທັບ ເພື່ອນຳໄປສຶກສາຄົ້ນ ຄວ້າ ແລະ ເຜີຍແຜ່ໃນກົມກອງຂອງຕົນປະຕິບັດຢ່າງເຂັ້ມງວດ. ໂອກາດດັ່ງກ່າວນີ້, ສະຫາຍ ພົນ ຈັດຕະວາ ທອງພັນ ສຸທຳມະ ວົງ ໄດ້ຮຽກຮ້ອງໃຫ້ພະນັກງານ ຢູ່ໃນອົງການກົມໃຫຍ່ເຕັກນິກ ຈົ່ງ ພ້ອມກັນເອົາໃຈໃສປະຕິບັດບັນ ດາຂໍ້ກຳນົດກົດລະບຽບ, ກົດໝາຍ ໃຫ້ລະອຽດເລິກເຊິ່ງເຖິງຖອງ, ນໍາເອົາໄປສຶກສາຄົ້ນຄວ້າ, ເຜີຍ ແຜ່ ແລະ ເຊື່ອມຊຶມຕໍ່ພາລະບົດ ບາດຢ່າງຕັ້ງໜ້າ ແລະ ເຜີຍແຜ່ໃຫ້ ພະນັກງານ-ນັກຮົບໃນທົ່ວອົງ ການກົມໃຫຍ່ເຕັກນິກ ແລະ ກົມ ກອງຮາກຖານໃຫ້ທົ່ວເຖິງ ພ້ອມ ກັນຈັດຕັ້ງປະຕິບັດຜັນຂະຫຍາຍ ກົມກອງຂອງຕົນໃຫ້ເກີດດອກ ອອກຜົນ ເພື່ອພ້ອມກັນເຮັດສຳ ເລັດໜ້າທີ່ການເມືອງຕາມການ ມອບໝາຍຂອງຂັ້ນເທິງໃຫ້ປະ ກົດຜົນເປັນຈິງ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ