ພິທີມອບໝາຍໜ້າທີ່ໃຫ້ຄະນະພັກກົມ 2 ສະຫາຍ
ເວລາອອກຂ່າວ: 2020-07-01 08:45:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 291 | ຄວາມນິຍົມ: ![]()
ໃນກາງເດືອນມິຖຸນາ 2020 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີມອບ ໝາຍໜ້າທີ່ໃຫ້ຄະນະກົມ 2 ສະຫາຍ ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພັນເອກ
ວິຊຽນ ສີສະອາດ ຮອງເລຂາ ຄະນະພັກຮາກຖານ, ຮອງຫົວ ໜ້າກົມ ວສ-ປສ ການທະຫານ, ມີຄະນະໜ່ວຍພັກ, ພະແນກ ແລະ ຄະນະອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍຊັບຊ້ອນ ພະນັກງານປະຕິບັດຕາມການ ແນະນຳຂອງກົມໃຫຍ່ການເມືອງ
ກອງທັບ ວ່າດ້ວຍການແຕ່ງຕັ້ງ
ມອບໝາຍໜ້າທີ່ ແລະ ແບ່ງ
ຄວາມຮັບຜິດຊອບໃນໜ້າວຽກ
ຕົວຈິງອີງຕາມການສະເໜີຂອງ
ກົມ ວສ-ປສ ການທະຫານ ວ່າ
ດ້ວຍການແຕ່ງຕັ້ງຄວາມຮັບ ຜິດຊອບຂອງຄະນະກົມ, ກົມ
ພະນັກງານກົມໃຫຍ່ການເມືອງ ກອງທັບເຫັນດີໃຫ້ ສະຫາຍ ພົນຈັດຕະວາ ຄຳໝັ້ນ ພັນນະວົງ
ຊີ້ນຳວຽກງານຂໍ້ມູນ-ຂ່າວສານ,
ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ
ຮັບຜິດຊອບວຽກງານບໍລິຫານ
ກົມໃນພິທີຍັງໄດ້ຮັບຟັງການ ລຸລ່ວງພະນັກງານກະກຽມເຂົ້າ ຮັບເບ້ຍບຳນານຕື່ມອີກ.
ໂດຍ: ວົງວິໄລ ບຸນລືໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















