ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ຫ້ອງເຕັກນິກທະຫານແຂວງອຸດົມໄຊ ມອບລົດໃຫຍ່ໃຫ້ຫ້ອງການເມືອງ
ເວລາອອກຂ່າວ: 2020-07-01 08:45:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 293 | ຄວາມນິຍົມ:



ໃນວັນທີ 25 ມິຖຸນາ 2020 ນີ້, ຫ້ອງເຕັກນິກໄດ້ຈັດພິທີມອບ ລົດໃຫ້ຫ້ອງການເມືອງທະຫານ ແຂວງອຸດົມໄຊ ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຮອງເລຂາຄະ ນະພັກ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງ ອຸດົມໄຊ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ຕຸ້ຍ ພົມມີໄຊ ຄະນະປະຈຳພັກກອງ ບັນຊາການ ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງອຸດົມໄຊ, ມີຄະນະພັກ-ຄະ ນະບັນຊາ, ຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ. ສະຫາຍ ພັນໂທ ຄໍາເມົ້າ ໄຊຍະເພັດ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງເຕັກນິກ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນ ຊາການທະຫານແຂວງອຸດົມໄຊ ວ່າດ້ວຍ ການມອບລົດໃຫຍ່ ໂຕ ໂຍຕ້າ ໄຮລັກວິໂກ້ ສີປອນເງິນ ທະບຽນ ກກ 0404 ຈຳນວນ 1 ຄັນ ລວມມູນຄ່າ 160 ລ້ານກີບ. ໃຫ້ຫ້ອງການເມືອງ ກອງບັນຊາ ການທະຫານແຂວງອຸດົມໄຊ ເປັນຜູ້ນໍາໃຊ້ເຂົ້າໃນວຽກງານ ລວມຂອງກົມກອງ. ໃນໂອກາດນີ້ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ກໍໄດ້ເນັ້ນໜັກ ໃຫ້ກົມກອງດັ່ງກ່າວເອົາໃຈໃສ່ ບົວລະບັດພັດເຊັດສ້ອມແປງພາ ຫະນະໃຫ້ເປັນປົກກະຕິ, ຮັບ ປະກັນຄວາມປອດໄພ ແລະ ນຳ ໃຊ້ໃຫ້ໄດ້ຍາວນານ, ທັງນີ້ກໍ ເພື່ອເປັນການຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງ ການໃນການເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານລວມຂອງ ກົມກອງ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນກັບສະພາບ ການໃນປັດຈຸບັນ. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ