ກອງພົນທີ 3 ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງກອງພັນໃຫຍ່ 302
ເວລາອອກຂ່າວ: 2020-07-01 08:46:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ: ![]()
ໃນວັນທີ 24 ມິຖຸນາ 2020
ນີ້, ກອງພົນທີ 3 ໄດ້ຈັດກອງປະ ຊຸມປຶກສາຫາລື ແລະ ຖອດຖອນ
ບົດຮຽນກັບບໍລິສັດກໍ່ສ້າງກອງ
ພັນໃຫຍ່ 302. ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ
ສໍຍັນ ລໍອິນສອນ ຄະນະປະຈຳ
ພັກປະທານກວດກາ ຫົວໜ້າຫ້ອງ
ການເມືອງກອງພົນທີ 3, ມີ ສະ
ຫາຍ ພັນໂທ ດາວວັນດີ ວົງພະ
ຈິດ ຄະນະພັກກອງພົນ ຫົວໜ້າ
ຫ້ອງພະລາທິການກອງພົນທີ 3,
ມີປະທານບໍລິສັດຜູ້ຮັບເໝົາກໍ່ສ້າງ
ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບຄວາມຄືບໜ້າ ຂອງໂຄງການກໍ່ສ້າງກອງພັນ ໃຫຍ່ 302 ກອງພົນທີ 3, ເປັນຕົ້ນ
ແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານງົບປະມານ, ດິນຟ້າອາກາດ,
ໄພພິບັດ ແລະ ດ້ານວິຊາການ ໃນການກໍ່ສ້າງຢູ່ພາກສະໜາມ ຕົວຈິງລະຫວ່າງເຈົ້າຂອງໂຄງ ການກັບບໍລິສັດຜູ້ຮັບເໝົາກໍ່ສ້າງ
ໂຄງການດັງກ່າວໃຫ້ບັນລຸໄປ ຕາມສັນຍາທັງຮັບປະກັນທາງ ດ້ານຄຸນນະພາບ.
ໂຄງການກໍ່ສ້າງສະຖານທີ່ ຄ້າຍຄູກອງພັນໃຫຍ່ 302 ໂດຍ
ແມ່ນທຶນຂອງກະຊວງປ້ອງກັນ ປະເທດໂດຍກົງລວມມູນຄ່າການກໍ່ສ້າງທັງໝົດ 120 ຕື້ກີບ. ໃນນີ້ມີ 3 ບໍລິສັດຮັບເໝົາກໍ່ສ້າງຄື: ບໍລິສັດ ແກ້ວຈິນດາ, ບໍລິສັດ ພິດິແອວ, ບໍລິສັດ ເຄເອສ ອິນເຕີ ກໍ່ສ້າງ, ເຊິ່ງມີສັນຍາໃນການກໍ່ສ້າງ 2
ໄລຍະຄື: 3 ປີ ແລະ 5 ປີ, ລວມ ທັງໝົດ 56 ລາຍການ, ໂຄງ ການດັ່ງກ່າວແມ່ນໄດ້ເລີ່ມແຕ່ ຕົ້ນເດືອນກໍລະກົດ ປີ 2017 ມາ ຮອດປັດຈຸບັນນີ້ ຄວາມຄືບໜ້າ ຂອງການກໍ່ສ້າງໄດ້ສຳເລັດໄປ ແລ້ວ 25,01% ຄາດວ່າຈະໃຫ້
ສໍາເລັດໃນທ້າຍປີ 2022, ພ້ອມ
ນີ້ກອງປະຊຸມກໍຍັງໄດ້ລົງນາມ ເຊັນສັນຍາສືບຕໍ່ການກໍ່ສ້າງໃນ ໄລຍະຕໍ່ໄປຕື່ມອີກ.
ໂດຍ: ທອງເລືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















