3 ອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດສ້າງຂະຂວນການອອກແຮງງານ
ເວລາອອກຂ່າວ: 2020-07-01 08:48:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 297 | ຄວາມນິຍົມ: ![]()
ໃນວັນທີ 26 ມິຖຸນາ 2020 ນີ້, 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ຈັດກິດ ຈະກຳອອກແຮງງານ ເພື່ອຂໍ່າ ນັບຮັບຕ້ອນກ້ອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ ແລະ ກອງ ປະຊຸມຜູ້ແທນຂອງ 3 ອົງການ ຈັດຕັ້ງມະຫາຊົນກອງທັບ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ນາງ ໄພວອນ ອິນທະ ບຸດ ຫົວໜ້າຫ້ອງການສະຫະ ພັນແມ່ຍິງກະຊວງປ້ອງກັນປະ ເທດ, ມີຄະນະ-ພັກຄະນະບັນຊາ ຫ້ອງການຊາວໜຸ່ມ ແລະ ກໍາ ມະບານກະຊວງປ້ອງກັນປະ ເທດ ຕະຫຼອດສະມາຊິກຊາວ ໜຸ່ມ-ແມ່ຍິງຈາກກົມໃຫຍ່ການ ເມືອງ, ກົມໃຫຍ່ເສນາ, ຫ້ອງ ວ່າການກະຊວງປ້ອງກັນປະ ເທດເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ໄພ ວອນ ອິນທະບຸດ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງ ຄະນະພັກກະຊວງປ້ອງກັນປະ ເທດ, ກົມໃຫຍ່ການເມືອງກອງ ທັບ ກ່ຽວກັບການຈັດຕັ້ງສ້າງ ຂະບວນການດ້ານຕ່າງໆເພື່ອຂໍ່າ ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະ ຊວງປ້ອງກັນປະເທດກໍຄື ກອງ ປະຊຸມຜູ້ແທນ 3 ອົງການຈັດຕັ້ງ ມະຫາຊົນກອງທັບໃຫ້ມີບັນຍາ ກາດຟົດຟື້ນກວ້າງຂວາງ, ຕໍ່ ເນື່ອງ ແລະ ເປັນຂະບວນການ ຟົດຟື້ນ ດັ່ງນັ້ນ 3 ອົງການຈັດຕັ້ງ ຂອງພວກເຮົາຈຶ່ງໄດ້ສ້າງຂະ ບວນການອອກແຮງງານລວມ ໃນຄັ້ງນີ້ ທັງເປັນການເພີ່ມທະ ວີຄວາມສາມັກຄີ ພາຍໃນອົງ ການຈັດຕັ້ງມະຫາຊົນກອງທັບ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ ແລະ ສະອາດຈົບງາມ ດີທຸກປະການ ພ້ອມທັງເປັນ ການທຳລາຍແລ່ງອາໄສຂອງ ຍຸງລາຍ ເພື່ອເປັນການປ້ອງກັນ ພະຍາດໄຂ້ເລືອດອອກອີກດ້ວຍ.
ໂດຍ: ອາຫວຸ້ນ ອິນຫຼວງເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















