ກອງພັນໃຫຍ່ 584 ຫັດແອບການທະຫານ ປະຈໍາປີ 2020 ໄລຍະທີ 1
ເວລາອອກຂ່າວ: 2020-07-02 08:34:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ: ![]()
ທ້ານເດືອນ ມິຖຸນາ 2020 ນີ້, ກອງພັນໃຫຍ່ 584 ສຸ່ມໃສ່ອົບຮົມ-ຫັດແອບການທະຫານປະຈໍາປີ 2020 ໄລະຍະທີ 1 ໂດຍການ ຊີ້ນໍາ-ນໍາພາຂອງ ສະຫາຍ ພັນໂທ ບຸນເຫຼືອ ຄໍາມະວົງ ຄະນະພັກ ຮອງຫົວໜ້າການທະຫານ ກອງ ພັນໃຫຍ່ 584.
ການອົບຮົມ-ຫັດແອບແມ່ນໄດ້ ເລີ່ມມາຕັ້ງແຕ່ວັນທີ 19 ພຶດ
ສະພາ 2020 ແລະ ຈະດຳເນີນ ໄປຈົນເຖິງວັນທີ 15 ກໍລະກົດ
2020 ຈິ່ງຈະສຳເລັດຕາມ
ແຜນການ, ໃນນັ້ນໄດ້ສຸ່ມໃສ່ທາງ ດ້ານພາກປະຕິບັດຕົວຈິງຄື: ໄລ
ຍະທີ 1 ແມ່ນຈະໄດ້ອົບຮົມວິຊາ
ລະບຽບ 30 ວັນ, ໃນນັ້ນໄດ້ເລັ່ງ
ໃສ່ 7 ລະບອບ 18 ວຽກ, ລະບຽບ
ບຸກຄົນຄົງທີ ແລະ ເຄື່ອນທີ່ມີ
ປືນ, ທັງນີ້ກໍເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄວາມເປັນເອກະ
ພາບທາງດ້ານລະບຽບຫຼັກການ ການອົບຮົມ-ຫັດແອບ, ເພື່ອເປັນ
ການເຝິກຝົນກໍາລັງແຮງກາຍ ໃຫ້ມີຄວາມແຂງແຮງ ແລະ ມີ
ຄວາມຊໍານິຊໍານານ, ພ້ອມກັນ ນັ້ນກໍຕ້ອງຍົກສູງຄວາມຮັບຜິດ
ຊອບຕໍ່ວຽກງານປັບປຸງແບບ ແຜນຂອງກົມກອງໃຫ້ເຕີບໃຫຍ່ ເຂັ້ມແຂງກາຍເປັນກົມກອງທີ່ມີ ແບບແຜນທີ່ທັນສະໄໝຂຶ້ນເທື່ອ ລະກ້າວ. ໂດຍ: ນາງ ດວງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















