ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ເຊັນສັນຍາໂຄງການກໍ່ສ້າງຫ້ອງການ, ເຮືອນນອນ ແລະ ປັບໜ້າດິນ ກອງຮ້ອຍທີ 3
ເວລາອອກຂ່າວ: 2020-07-02 08:35:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:



ທ້າຍເດືອນ ມິຖຸນາ 2020 ນີ້, ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ໄດ້ເຊັນສັນຍາໂຄງ ການກໍ່ສ້າງຫ້ອງການ, ເຮືອນ ນອນ ແລະ ປັບໜ້າດິນ, ກອງ ຮ້ອຍທີ 3 ທີ່ຂຶ້ນກັບກອງພັນ 418 ທະຫານແຂວງຫຼວງນໍ້າທາ ລະ ຫວ່າງ ສະຫາຍ ຕຸ້ຍ ແສງອາລຸນ ອໍານວຍການບໍລິສັດແສງອາລຸນ ກໍ່ສ້າງ-ຂົວທາງຈໍາກັດ ຜູ້ຮັບ ເໜົາກໍ່ສ້າງໂຄງການ ກັບ ສະຫາຍ ພັນໂທ ຄໍາເປີ່ງ ໄຊທະວີ ຄະນະພັກ ກອງບັນຊາການ ຫົວໜ້າຫ້ອງພະ ລາທິການທະຫານແຂວງຫຼວງ ນໍ້າທາ ໃນນາມເຈົ້າຂອງໂຄງ ການໂດຍຊ່ອງໜ້າ ສະຫາຍ ພັນເອກ ຫູ່ມພັນ ແກ້ວວັງລາດ ຮອງເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຫຼວງນໍ້າທາ, ມີຄະ ນະພັກ-ຄະນະບັນຊາ, ຄະນະ ຫ້ອງ 5 ຫ້ອງຕະຫຼອດຮອດພະ ການທີກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ພັນສອນ ວອນປະເສີດ ຫົວໜ້າພະແນກ ແຜນການ ຫ້ອງພະລາທິການ ທະຫານແຂວງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວແມ່ນ ຈະໄດ້ເລີ່ມລົງມືໃນຕົ້ນເດືອນ ກໍລະກົດ ນີ້, ເຊິ່ງມີຫ້ອງການ 1 ຫຼັງ, ເຮືອນນອນ 1 ຫຼັງ, ເຮືອນຄົວ ແລະ ຫ້ອງອາຫານ 1 ຫຼັງ, ສາງໄວ້ເຄື່ອງ 1 ຫຼັງ, ຫ້ອງນໍ້າ 1 ຫຼັງ, ກໍ່ສ້າງອ່າງ ເກັບນໍ້າ, ບຸກເບີກສະໜາມ, ປັບດິນ, ແລະ ຕິດຕັ້ງລະບົບ ໄຟຟ້າແສງຕາເວັນ 3 ຊຸດ, ໂຄງການນີ້ເປັນອາຄານແບບ ຖາວອນຊັ້ນດຽວເສົາເຮັດ ດ້ວຍເບຕົ່ງເສີມເຫຼັກ, ຝາກໍ່ ດ້ວຍດິນຈີ່, ຫຼັງຄາມຸງດ້ວຍ ກະເບື້ອງ, ມີລະບົບໄຟຟ້າ, ເຄື່ອງເຟີນີເຈີຕົບແຕ່ງຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 2 ຕື້ 50 ລ້ານກີບ, ໂດຍແມ່ນ ທຶນຊ່ວຍເຫຼືອຂອງແຂວງ ແລະ ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍປີ 2020 ນີ້. ໂດຍ: ບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ