ວິທະຍາຄານພະລາທິການກອງທັບປະກາດ ປະດັບທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2020-07-02 08:39:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ: ![]()
ທ້າຍເດືອນ ມິຖຸນາ ຜ່ານມາ
ນີ້, ວິທະຍາຄານພະລາທິການ ກອງທັບໄດ້ຈັດຕັ້ງພິທີປະດັບ ທຽບຊັ້ນໃໝ່ໃຫ້ນາຍທະຫານຂຶ້ນ ໂດຍ ການເປັນປະທານຂອງ ສະ ຫາຍ ພັນເອກ ບຸນກ້ຽງ ວົງສາ
ລາດ ເລຂາຄະນະພັກ, ຫົວໜ້າ
ການເມືອງວິທະຍາຄານພະລາທິ ການກອງທັບ, ມີຄະນະພັກ-ຄະ
ນະບັນຊາອົງການ 6 ຫ້ອງ 2
ກອງພັນ ແລະ ພະແນກການທີ່
ກ່ຽວຂ້ອງ, ຕະຫຼອດຮອດບັນດາ ສະຫາຍທີ່ໄດ້ຮັບການປະດັບທຽບ ຊັ້ນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພັນຕີ ສຸກທະ ວີ ສຸລິວົງໄຊ ຮອງຫົວໜ້າພະ ແນກພະນັກງານ ວພກ ໄດ້ຂຶ້ນ ຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບວ່າດ້ວຍການປະ ດັບທຽບຊັ້ນນາຍທະຫານທີ່ຮຽນ ຈົບວິຊາສະເພາະຂັ້ນປະລິນຍາ ຕີ, ຊັ້ນສູງຈາກສາຍລັດ ໂດຍອີງ ຕາມກົດໝາຍນາຍທະຫານກອງ
ທັບປະຊາຊົນລາວ ( ສະບັບປັບ ປຸງ ) ໃນພາກທີ II, ໝວດ 3, ມາດຕາ 19, 20 ວ່າດ້ວຍອາຍຸ ກະສຽນ ແລະ ການປະດັບທຽບ ຊັ້ນເປັນນາຍທະຫານ ໃນນີ້ປະດັບ ທຽບຊັ້ນຮ້ອຍໂທ 14 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍປະ ທານກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານຂອງບັນດາສະ ຫາຍທີ່ໄດ້ຮັບການປະດັບທຽບ ຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນ ໜັກໃຫ້ແຕ່ລະສະຫາຍເອົາໃຈ ໃສ່ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິ ວັດ ແລະ ຕັ້ງໜ້າດຸໝັ່ນຂະຫຍັນ ພຽນໃນການຄົ້ນຄ້ວາຮໍ່າຮຽນ ບັນດາມູນເຊື້ອຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ຂອງ ຊາວໜຸ່ມ ແລະ ກົມກອງ. ຕ້ອງ ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດ ລະບຽບຂອງກອງທັບ, ປະຕິບັດ 7 ລະບອບ 18 ວຽກຢ່າງເຂັ້ມງວດ ເພື່ອເຮັດໃຫ້ຕົນເອງກ້າວຂຶ້ນເປັນ ພະນັກງານສືບທອດຂອງກົມ ກອງ. ໂດຍ: ບຸນມີ ເພັງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















