ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກະຕໍ້ຊິນຫລອນລາວລາວຍາດໄດ້ຫຼຽນຄຳ ທຳອິດໃນງານກິລາ ມ ອາຊຽນ
ເວລາອອກຂ່າວ: 2018-12-11 09:51:05 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 607 | ຄວາມນິຍົມ:



ກ່ອນໜ້ານີ້ທີມກະຕໍ້ມະຫາ ວິທະຍາໄລລາວ ເສຍໃຫ້ເຈົ້າ ພາບ ມຽນມາ ໃນງານກີລາມະ ຫາວິທະຍາໄລອາຊຽນ ( ມ ອາ ຊຽນ ) ຄັ້ງ​ທີ 19 ທີ່​ສະຫະພາບ​ມຽນມາ ຮັບ​ກຽດ​ເປັນ​ເຈົ້າພາບ ລະຫວ່າງວັນທີ 10-19 ທັນວາ 2018 ໃນຮອບຊີງຫລຽນຄຳ ເຮັດໃຫ້ໄດ້ຫລຽນເງິນໄປແທນ ຫລ້າສຸດໃນຕອນແລງຂອງວັນ ທີ 9 ທັນວາ ກະຕໍ້ ຊິນຫລອນ ລາວລົງແຂ່ງຂັນຮອບຊີງຫຼຽນ ຄຳພົບກັບ ມຽນມາ ໃນປະເພດ ລະດັບອີເວັ້ນ 2 ແລະ ສາມາດ ເອົາຊະນະໄປດ້ວຍຄະແນນ 187 ຕໍ່ 179 ຍາດໄດ້ຫຼຽນຄຳຫຼຽນ ທຳອິດໃຫ້ກັບທັບນັກກີລາລາວ. ຂະນະທີ່, ວັນທີ 10 ທັນວາ ທັບນັກກີລາລາວ ມີຫລຽນອີກ ແນ່ນອນ ເມື່ອການແຂ່ງຂັນກີລາ ວູຊູປະເພດຕໍ່ສູ້ ທ້າວ ໜູຄິດ ລາດຊະເພົາ ຈາກລາວລົງແຂ່ງ ຂັນຮອບຮອງຊະນະເລີດ ເອົາຊະ ນະຄະແນນ ນັກກີລາເຈົ້າພາບ ມຽນມາ ໄປແບບຂາດລອຍ ຜ່ານເຂົ້າໄປຊີງຫຼຽນຄຳກັບນັກ ກີລາໄທ, ນອກນັ້ນຍັງມີລາຍ ການອື່ນໆອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ