ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ II ເຂດ 03
ເວລາອອກຂ່າວ: 2020-07-09 09:13:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 505 | ຄວາມນິຍົມ:



ໃນວັນທີ 7 ກໍລະກົດ 2020 ນີ້, ໄດ້ເປີດກອງປະຊຸມສ່ອງແສງ ວຽກງານຮອບດ້ານປະຈໍາໄຕ ມາດ II ແລະ ທິດທາງແຜນການ ປະຈໍາໄຕມາ III ເຂດ 03, ຂຶ້ນທີ່ ຫ້ອງປະຊຸມຈຸດສຸມຄັງວຽງ ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກກອງພັນ ໃຫຍ່ 584, ກອງບັນຊາການທະ ຫານແຂວງຊຽງຂວາງ, ຄະນະ ພັກກອງບັນຊາການທະຫານ ແຂວງຫົວພັນ, ກອງພັນໃຫຍ່ 702, ກອງພັນໃຫຍ່ 643, ຄະ ນະພັກຮາກຖານໂຮງໝໍບໍລິເວນ 101, ຄະນະໜ່ວຍພັກຈຸດສຸມຄັງ ວຽງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄະນະພັກ-ຄະນະ ບັນຊາແຕ່ລະກົມກອງໄດ້ ຜັດ ປ່ຽນກັນຂຶ້ນຜ່ານບົດສະຫຼຸບຕີລາ ຄາສະພາບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານປະ ຈຳ ໄຕມາດທີ II ແລະ ວຽກງານ ຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດຊີ້ນໍາ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ ເປັນຕົ້ນແມ່ນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານລົງກໍ່ສ້າງຮາກ ຖານການເມືອງ ໂດຍຖືເອົາວຽກ ງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນພື້ນຖານ ແລະ ດໍາເນີນຊີວິດການເມືອງເປັນປົກ ກະຕິ, ພ້ອມນັ້ນຍັງໄດ້ເອົາໃຈໃສ່ ກໍ່ສ້າງພັກ-ພະນັກງານເປັນໃຈກາງໃນການປະຕິບັດໜ້າທີ່ການ ເມືອງແຕ່ລະກົມກອງໃຫ້ມີແບບ ແຜນວິທີເຮັດວຽກ, ຊີ້ນໍາ-ນໍາພາ ກົມກອງຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ປະຈຳໄຕມາດຕໍ່ໄປໃຫ້ສອດ ຄ່ອງເຂົ້າໃນຂົງເຂດວຽກງານແຕ່ ລະກົມກອງ, ສ້າງໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ແລະ ສ້າງ ຄວາມເຂັ້ມແຂງທາງດ້ານການຈັດຕັ້ງເພື່ອຕອບສະໜອງໃນໜ້າ ທີ່ການເມືອງປະກອບສ່ວນເຂົ້າ ໃນ 2 ໜ້າທີ່ຍຸດທະສາດຂອງ ຊາດຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ວົງສອນ ອິນປານພິມ ໄດ້ຮຽກຮ້ອງໃຫ້ບັນດາຄະນະ ພັກ-ຄະນະບັນຊາແຕ່ລະກົມກອງ ສືບຕໍ່ປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ບັນລຸຄາດໝາຍ, ເອົາ ໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນດາພະນັກ ງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນຕິດພັນກັບການ ປັບປຸງຊັບຊ້ອນພະນັກງານໃຫ້ ສອດຄ່ອງກັບໜ້າທີ່ວິຊາສະ ເພາະ. ໂດຍ: ນາງ ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ