ເທຄວັນໂດແຫ່ງຊາດສົ່ງກຳມະການລາວ ຮ່ວມສອບເສັງກຳມະການຕັດສິນນາໆຊາດ ທີ່ປະເທດໄທ
ເວລາອອກຂ່າວ: 2018-12-11 09:54:47 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:
ອີງຕາມຂໍ້ມູນຈາກເຟສບຸກ ຂອງສະຫະພັນເທຄວັນໂດແຫ່ງຊາດລາວ ແຈ້ງໃຫ້ຮູ້ວ່າ: ສະຫະ ພັນເທຄວັນໂດແຫ່ງຊາດລາວ ໄດ້ສົ່ງກຳມະການຕັດສິນປະ ເພດບຸກຄົນຊາຍ ຈຳນວນ 6 ຄົນ, ໃນນັ້ນ 2 ຄົນ ກໍຄື ທ່ານ ຈັນທະວົງ ປັນຍາສິລິ ແລະ ທ່ານ ເດດດາວວົງ ບຸດນາໂຄ ທີ່ໄດ້ຖືກຮອງຮັບເປັນກຳມະການຕັດສິນລະດັບສາກົນ ມາຫຼາຍປີແລ້ວ ເຂົ້າຮ່ວມທົບທວນຄືນກ່ຽວກັບ ບັນດາກົດລະບຽບກະຕິກາການແຂ່ງຂັນ ແລະ ບັນດາໜ້າວຽກຕ່າງໆຂອງສະຫະພັນເທຄວັນ ໂດນາໆຊາດ ວາງອອກໃໝ່ ໃນປີ 2019 ເພື່ອຮຽນຮູ້ ແລະ ນຳມາເຊື່ອມໂຍງກັບກົດລະບຽບຂອງສະຫະພັນເທຄວັນໂດແຫ່ງຊາດລາວ ໃຫ້ແທດເໝາະກັບສະ ພາບຄວາມເປັນຈິງ ແນໃສ່ສ້າງນັກກີລາໃຫ້ມີຄຸນະພາບ ແລະ ສົ່ງເຂົ້າຮ່ວມແຂ່ງຂັນຍາດເອົາຜົນງານໃນການແຂ່ງຂັນເວທີລະ ດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ສ່ວນກຳມະ ການຕັດສິນອີກ 4 ຄົນ ຄື: ທ່ານ ກໍລະກົດ ສີເມືອງຊອງ, ທ່ານ ສົມພອນ ທຳມະວົງສາ, ທ່ານ ບົວລະພັນ ລາທະກຸນ ແລະ ທ່ານ ຄຳຫຼ້າ ພົມພັກດີ ແມ່ນເປັນກຳ ມະການຕັດສິນໃໝ່ຂອງສະຫະ ພັນເທຄວັນໂດລາວ ເຂົ້າຮ່ວມສອບເສັງກຳມະການຕັດສິນລະ ດັບນາໆຊາດ ຫຼັງຈາກສຳເລັດການເຝິກອົບຮົມໃນຄັ້ງນີ້ ອີກ 2 ເດືອນກໍຈະມີການປະກາດຜົນການສອບເສັງໃນທ້າຍເດືອນ ກຸມພາ ຫຼື ຕົ້ນເດືອນມີນາ 2019 ທັງໝົດນີ້ແມ່ນພາຍໃຕ້ໂຄງການຂອງສະຫະພັນເທຄວັນໂດສາ ກົນ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ເປັນເຈົ້າພາບລະຫວ່າງວັນທີ 4-7 ທັນວາ ຜ່ານມາ, ໂດຍມີຄະນະບໍລິຫານງານຂອງສະຫະພັນເທຄວັນໂດໂລກ ແລະ ບັນດາສະຫະພັນກີລາຈາກ ປະເທດຕ່າງໆໃນທົ່ວໂລກເຂົ້າຮ່ວມ.
ທ່ານ ຈັນທະວົງ ປັນຍາສິລິ ໃຫ້ສຳພາດວ່າ: ຕະຫຼອດໄລຍະແຕ່ລະປີທີ່ຜ່ານມາ ສະຫະພັນເທຄວັນໂດແຫ່ງຊາດລາວ ໄດ້ທຸ້ມເທ ແລະ ເອົາໃຈໃສ່ຕໍ່ຂະບວນ ການພັດທະນາກີລາເທຄວັນໂດລາວ ຢ່າງມີຄວາມຮັບຜິດຊອບສູງ ແລະ ສາມາດນຳພາທັບນັກກີລາເທຄວັນໂດທີມຊາດລາວ ສ້າງຜົນງານໃຫ້ແກ່ປະເທດຊາດຢ່າງຫຼວງຫຼາຍ. ນອກຈາກນັ້ນ, ກໍຍັງໄດ້ສ້າງບຸຄະລາກອນທີ່ເປັນອະດີດນັກກີລາເທຄວັນໂດທີມຊາດ ຜັນຂະຫຍາຍເປັນກຳມະການຕັດສິນຮັບໃຊ້ໃນການແຂ່ງ ຂັນກີລາພາຍໃນປະເທດມາ ຫຼາຍຄົນ ແລະ ປີນີ້ ກໍເປັນບາດ ກ້າວໃໝ່ ໄດ້ສົ່ງກຳມະການຕັດ ສິນລາວ 4 ຄົນ ເຂົ້າຮ່ວມສອບເສັງກຳມະການຕັດສິນລະດັບນາໆຊາດ. ແນວໃດກໍດີ, ໃນປີ 2019 ເທຄວັນໂດລາວ ມີແຜນຈະເຄື່ອນໄຫວສົ່ງນັກກີລາ ແລະ ກຳມະການຕັດສິນ ເຂົ້າຮ່ວມຫຼາຍລາຍການ ໂດຍສະເພາະພາຍໃນປະເທດ ຈະຈັດການ ແຂ່ງຂັນ 3 ຫຼື 4 ລາຍການ ກໍຄື ແຂ່ງຂັນເທຄວັນໂດຊີງຂັນປະ ທານສະຫະພັນເທຄວັນໂດແຫ່ງຊາດ, ແຂ່ງຂັນຊີງຂັນບໍລິສັດ ໂຄລາວ ແລະ ແຂ່ງຂັນຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ