ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກົມໃຫຍ່ການເມືອງກອງທັບສະຫຼຸບການນຳພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019
ເວລາອອກຂ່າວ: 2020-07-10 14:54:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 495 | ຄວາມນິຍົມ:



ໃນວັນທີ 9 ກໍລະກົດນີ້, ກົມໃຫຍ່ການເມືອງກອງທັບໄດ້ ຈັດພິທີສະຫຼຸບການນໍາພາກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ແລະ ວາງທິດທາງແຜນການນຳພາ ປະຈໍາປີ 2020 ແລະ ປະກາດ ການຈັດຕັ້ງບາງຕຳແໜ່ງ ພ້ອມ ທັງມອບໃບຢັ້ງຢືນນາມມະຍົດ 4 ບຸກຂຶ້ນ. ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດ ດາວົງ ກໍາມະການຄະນະພັກ ກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ຖາວອນ ສີ ຫາລາດ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບໄດ້ຂຶ້ນຜ່ານບົດສະຫຼຸບການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນທົ່ວກົມໃຫຍ່ ການເມືອງກອງທັບປະຈຳປີ 2019. ເນື້ອໃນບົດສະຫຼຸບໄດ້ ຊີ້ໃຫ້ເຫັນວ່າ: ໃນປີຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະ ກົມກອງໄດ້ເອົາໃຈໃສ່ເຮັດວຽກ ງານສຶກສາອົບຮົມການເມືອງ- ແນວຄິດໃຫ້ພະນັກງານ-ສະ ມາຊິກພັກ, ນັກຮົບດ້ວຍຫຼາຍ ວິທີການ, ຫຼາຍຮູບການ ໂດຍ ສະເພາະແມ່ນຈັດຕັ້ງເຊື່ອມຊຶມ ບັນດາມະຕິ, ຄຳສັ່ງ, ແນວທາງ ແຜນນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ຂໍ້ກໍານົດກົດລະ ບຽບຂອງພັກ ແລະ ຈັດຕັ້ງປາ ຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເຜີຍ ແຜ່ສະພາບການຂອງໂລກ ແລະ ພາກພື້ນພາຍໃນປະເທດ. ເຮັດ ໃຫ້ພະນັກງານ-ນັກຮົບມີແນວຄິດ ການເມືອງໜັກແໜ້ນ, ມີຄວາມ ຫ້າວຫັນປະຕິບັດໜ້າທີ່. ປັດຈຸ ບັນທົ່ວກົມໃຫຍ່ການເມືອງທັບ ມີ 8 ຄະນະພັກຮາກຖານມີ 50 ໜ່ວຍພັກ, ໃນນີ້ມີ 17 ໜ່ວຍພັກ ເອກະລາດ ແລະ 33 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ, ມີ ສະມາຊິກພັກທັງໝົດ 1.151 ສະຫາຍ, ຍິງ 342 ສະຫາຍ, ສະ ມາຊິກພັກສໍາຮອງ 83 ສະຫາຍ, ຍິງ 33 ສະຫາຍ, ຕີລາຄາແບ່ງ ປະເພດຄຸນນະພາບຂອງສະມາ ຊິກພັກ, ໜ່ວຍພັກປະຈຳປີ 2019 ໄດ້ປະເພດແຂງ 873 ສະຫາຍ ເທົ່າກັບ 75,84%, ປະເພດກາງ 209 ສະຫາຍ ເທົ່າກັບ 18,15%, ປະເພດອ່ອນ 2 ສະຫາຍ ເທົ່າກັບ 0,17%, ບໍ່ໄດ້ແບ່ງປະເພດ 67 ສະຫາຍ ເທົ່າກັບ 5,82%. ແບ່ງ ປະເພດຄຸນນະພາບຂອງໜ່ວຍ ພັກທີ່ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 24 ໜ່ວຍ ພັກຄື: ໜ່ວຍພັກ ກົມຈັດຕັ້ງພັກ, ໜ່ວຍພັກກົມພະ ນັກງານ, ໜ່ວຍພັກກົມໂຄສະນາ ອົບຮົມ, ໜ່ວຍພັກກົມນະໂຍບາຍ, ໜ່ວຍພັກກົມກໍ່ສ້າງຮາກຖານ, ໜ່ວຍພັກກົມກວດກາກະຊວງ ປ້ອງກັນປະເທດ, ໜ່ວຍພັກກົມ ປະກັນສັງຄົມກອງທັບ, ໜ່ວຍພັກ ຫ້ອງການເມືອງ, ໜ່ວຍພັກຫ້ອງ ການກໍາມະບານກອງທັບ, ໜ່ວຍ ພັກຫ້ອງການຊາວໜຸ່ມກອງ ທັບ, ໜ່ວຍພັກຫ້ອງການສະຫະ ພັນແມ່ຍິງກອງທັບ, ໜ່ວຍພັກ ຫໍສະໝຸດກອງທັບ, ໜ່ວຍພັກ ກົມປ້ອງກັນພາຍໃນກອງທັບ, ໜ່ວຍພັກອົງການໄອຍະການ ທະຫານຂັ້ນສູງ, ໜ່ວຍພັກໄອ ຍະການທະຫານພາກກາງ, ໜ່ວຍພັກໄອຍະການທະຫານ ພາກເໜືອ, ໜ່ວຍພັກໄອຍະການ ທະຫານພາກໃຕ້, ໜ່ວຍພັກອົງ ການສານທະຫານຂັ້ນສູງ, ໜ່ວຍ ພັກສານທະຫານພາກກາງ, ໜ່ວຍພັກສານທະຫານພາກໃຕ້, ໜ່ວຍພັກພະແນກອຸປະໂພກ- ກໍ່ສ້າງ ( ຫ້ອງການບໍລິຫານ), ໜ່ວຍພັກພະແນກບໍລິຫານ (ກອງ ສິລະປະກອນ), ໜ່ວຍພັກພະ ແນກເຕັກນິກ, ແສງສຽງ-ອົບ ຮົມ- ປະດິດແຕ່ງ, ໜ່ວຍພັກກອງ ຮ້ອຍ 1 ກອງພັນ 988. ໃນປີ ຜ່ານມາຍັງໄດ້ມອບຫຼຽນກາ 70 ປີກອງທັບໃຫ້ພະນັກງານ- ສະມາຊິກພັກຈຳນວນ 899 ສະຫາຍ, ມອບການຍ້ອງຍໍສາຍ ລັດຖະບານ 5 ປີ ລວມມີ: ຫຼຽນ ໄຊອິດສະຫຼະຊັ້ນ II, ຊັ້ນ III, ຫຼຽນໄຊແຮງງານຊັ້ນ II, ຊັ້ນ III, ໃຫ້ກົມກອງລວມໝູ່ ມີ 26 ກົມກອງ, ບຸກຄົນ ມີ 620 ສະ ຫາຍ, ມອບການຍ້ອງຍໍຜົນງານ 5 ປີ ສາຍກອງທັບລວມມີ: ຫຼຽນໄຊພິລາດອາດຫານ ຊັ້ນ II, ຊັ້ນ III ຄື: ໃຫ້ກົມກອງລວມ ໝູ່ ມີ 9 ກົມກອງ ແລະ ບຸກຄົນ ມີ 166 ສະຫາຍ. ໃນພິທີຍັງໄດ້ ມອບໃບຢັ້ງຢືນໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 24 ກົມກອງ ແລະ ມອບໃບຢັ້ງ ຢືນນາມມະຍົດຊາວໜຸ່ມ 4 ບຸກ ໃຫ້ 14 ໜ່ວຍຊາວໜຸ່ມທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ຢ່າງສົມກຽດ. ນອກນີ້ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ຄຳແສນ ສຸວັນນະຜ່ອງ ໃສ ເປັນຮອງຫົວໜ້າກອງວາ ລະສານປ້ອງກັນຊາດ ແລະ ສະ ຫາຍ ພັນໂທ ຈັນມີ ໄຊສົມພອນ ເປັນຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ