ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ສອງບໍລິສັດມອບລົດຈັກ 10 ຄັນ ໃຫ້ທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2020-07-10 14:56:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 505 | ຄວາມນິຍົມ:



ວັນທີ 4 ກໍລະກົດ ນີ້, ທ່ານ ອຸດອນ ແກ້ວດວງດີ ປະທານບໍລິສັດດວງດີກໍ່ສ້າງຂົວທາງຈໍາກັດ ແລະ ທ່ານ ຮົວ ແສງອາລຸນ ປະທານບໍລິສັດຕັງຈະເລີນຈໍາກັດ ໄດ້ນໍາເອົາລົດຈັກຍີ່ຫຍໍ້ຢາມາຮາ ວິບາກ ຈໍານວນ 10 ຄັນລວມມູນ ຄ່າ 300.000.000 ກີບ ມາມອບ ແກ່ກອງບັນຊາການທະຫານ ແຂວງຈໍາປາສັກ. ເພື່ອປະກອບ ສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຊາຍແດນຢູ່ເຂດຫ່າງ ໄກສອກຫຼີກ, ໂດຍການກ່າວຮັບ ຂອງທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຈໍາປາສັກ. ພ້ອມຄະນະ ແລະ ເຂົ້າ ຮ່ວມຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາ ສັກ ແລະ ທ່ານ ເມກສະຫວັນ ພົມ ພິທັກ ປະທານສະພາປະຊາຊົນ ແຂວງ. ໂອກາດນີ້, ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ກ່າວສະ ແດງຄວາມຂອບໃຈຢ່າງເລິກ ເຊິ່ງແລະ ຕີລາຄາສູງຕໍ່ສອງບໍລິ ສັດທີ່ໄດ້ໃຫ້ການຊ່ວຍເຫຼືອກອງ ບັນຊາການທະຫານແຂວງຈຳ ປາສັກ, ອັນໄດ້ປະກອບສ່ວນສຳ ຄັນເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນເຂດຊາຍແດນ ຫ່າງໄກສອກຫຼີກ ທັງເປັນການ ຊຸກຍູ້ນໍ້າໃຈຂອງພະນັກງານ-ນັກ ຮົບໃຫ້ມີຄວາມຫ້າວຫັນ ແລະ ເຮັດໜ້າທີ່ອັນມີກຽດທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໂອກາດນີ້, ຍັງໄດ້ມອບໃບກຽດ ຕິຄຸນຂອງກອງບັນຊາການທະ ຫານແຂວງຈຳປາສັກໃຫ້ 2 ບໍລິ ສັດຕື່ມອີກ. ຂ່າວ-ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ