ກອງປະຊຸມທາງໄກຜູ້ບັນຊາການທະຫານບົກອາຊຽນ
ເວລາອອກຂ່າວ: 2020-07-10 14:57:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ: ![]()
ວັນທີ 9 ກໍລະກົດ ນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມທາງໄກ ຜູ້
ບັນຊາການທະຫານບົກອາຊຽນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ດາໂຕະ ເຊ
ຣີ ພາລາວັນ ຜູ້ບັນຊາການທະ ຫານບົກ ບຣູໄນ, ໂດຍມີຜູ້ບັນ ຊາການທະຫານບົກອາຊຽນຈາກ
10 ປະເທດສະມາຊິກ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ແມ່ນໄດ້ແລກປ່ຽນບົດຮຽນ ແລະ ປະສົບ
ການໃນການຮັບມື ແລະ ປ້ອງ ກັນພະຍາດລະບາດໂຄວິດ-19 ຂອງກອງທັບບົກຂອງບັນດາປະ ເທດສະມາຊິກອາຊຽນ. ກອງ ທັບຂອງບັນດາປະເທດສະມາຊິກ ອາຊຽນເຫັນວ່າມີບົດບາດສໍາຄັນ ໃນການຊ່ວຍຮັບມື ແລະ ສະກັດ ກັ້ນການແຜ່ລະບາດຂອງພະ ຍາດໂຄວິດ-19 ໂດຍໄດ້ເຮັດ ວຽກຮ່ວມກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນຂອງຕົນ
ຢ່າງໃກ້ຊິດ ໂດຍສະເພາະແມ່ນ ກະຊວງສາທາລະນະສຸກ. ກິດຈະ ກໍາທີ່ບັນດາກອງທັບຂອງບັນ ດາປະເທດສະມາຊິກອາຊຽນໄດ້
ປະກອບສ່ວນລວມມີການສ້າງ ຕັ້ງຄະນະສະເພາະກິດໃນການ ຮັບມືພະຍາດລະບາດໂຄວິດ-19, ການຊ່ວຍຕິດຕາມ ແລະ ແຍກ
ກຸ່ມຄົນທີ່ສົງໄສ ໂດຍສະເພາະ ແມ່ນຜູ້ທີ່ເດີນທາງມາຈາກຕ່າງ
ປະເທດ, ໃຫ້ການຊ່ວຍເຫຼືອທາງ ດ້ານສະຖານທີ່, ການບໍລິການ
ແລະ ອຸປະກອນການແພດໃຫ້ແກ່ ປະຊາຊົນ. ກອງປະຊຸມຍັງໄດ້ຕົກ
ລົງບັນຫາສຳຄັນເຊັ່ນ: ການຈັດ ການແຂ່ງຂັນຍິງປືນອາຊຽນ ຄັ້ງທີ 30 ແລະ ກິດຈະກໍາອື່ນໆ ທີ່ປິ່ນອ້ອມ ປະຈໍາປີ 2020 ແມ່ນ
ຈະເລື່ອນໄປໃສ່ປີ 2021 ແທນ
ຍ້ອນສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊິ່ງ ກອງທັບບົກປະເທດມຽນມາຈະເປັນເຈົ້າພາບຈັດກິດຈະກໍາດັ່ງ ກ່າວ. ສ່ວນກອງປະຊຸມຜູ້ບັນຊາການທະຫານບົກອາຊຽນປະຈໍາປີແມ່ນຍັງຈະສືບຕໍ່ຈັດໃນເດືອນ ພະຈິກ 2020 ໂດຍກອງທັບບົກ ບຣູໄນ ຈະເປັນປະທານແຕ່ຮູບ ແບບຂອງການຈັດກອງປະຊຸມ ແມ່ນຈະເປັນໃນລັກສະນະກອງ ປະຊຸມທາງໄກ.
ກອງປະຊຸມຜູ້ບັນຊາການທະ ຫານບົກອາຊຽນ ເປັນກົນໄກປຶກ
ສາຫາລືໜຶ່ງທີ່ຢູ່ພາຍໃຕ້ຂອບ
ກອງປະຊຸມຜູ້ບັນຊາການທະຫານ ສູງສຸດອາຊຽນ. ກອງປະຊຸມດັ່ງ ກ່າວໄດ້ເປີດໂອກາດໃຫ້ແກ່ຜູ້ບັນຊາການທະຫານບົກອາຊຽນ ເພື່ອ
ແລກປ່ຽນທັດສະນະກ່ຽວກັບ ວຽກງານຄວາມໝັ້ນຄົງ ແລະ ສິ່ງທ້າທາຍ ທັງໃນພາກພື້ນ ແລະ ສາກົນ, ປຶກສາຫາລືບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການຮ່ວມມືທີ່ຢູ່ ພາຍໃຕ້ຂອບກອງປະຊຸມຜູ້ບັນຊາ
ການທະຫານບົກອາຊຽນ ກໍຄື ກອງປະຊຸມຜູ້ບັນຊາການທະຫານ
ສູງສຸດອາຊຽນ. ສະນັ້ນກອງປະ ຊຸມດັ່ງກ່າວຈຶ່ງເປັນເວທີໜຶ່ງທີ່ໄດ້
ປະກອບສ່ວນອັນສໍາຄັນເຂົ້າໃນ
ການສົ່ງເສີມສັນຕິພາບ, ສະຖຽນ
ລະພາບ ແລະ ຄວາວມໝັ້ນຄົງ ຂອງພາກພື້ນ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















