ປະທານປະເທດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານຢູ່ແຂວງຄຳມ່ວນ
ເວລາອອກຂ່າວ: 2020-07-10 15:00:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ: ![]()
ໃນວັນທີ 8 ກໍລະກົດ ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ
ການໃຫຍ່ຄະນະບໍລິຫານງານ
ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ
ເຮັດວຽກຢູ່ແຂວງຄຳມ່ວນ, ໂດຍ
ມີ ທ່ານ ໂອໄດ ສຸດາພອນ ກຳມະ
ການສູນກາງພັກ, ເລຂາພັກ
ແຂວງ, ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ ໃຫ້ການຕ້ອນ ຮັບ.
ທ່ານ ໂອໄດ ສຸດາພອນ ໄດ້
ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດ ແລະ ຜັນ
ຂະຫຍາຍມະຕິກອງປະຊຸມໃຫຍ່
ຄັ້ງທີ X ຂອງພັກ ກໍຄືມະຕິກອງ ປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະ
ນະພັກແຂວງຄຳມ່ວນ ເຊິ່ງມີຜົນ
ສຳເລັດໃນຫຼາຍດ້ານ, ໂດຍສະ
ເພາະແມ່ນວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບສາມາດຮັບປະກັນເຮັດໃຫ້ສະ ພາບທົ່ວແຂວງມີຄວາມສະຫງົບ ປອດໄພໂດຍພື້ນຖານ, ວຽກງານ
ພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ແກ້ໄຂເຮັດ ໃຫ້ຕົວເລກຄອບຄົວທຸກຍາກ ຫຼຸດລົງຍັງເຫຼືອ 684 ຄອບຄົວ; ການພັດທະນາດ້ານເສດຖະກິດ ເຖິງວ່າໄດ້ຮັບຜົນກະທົບ ແລະ ມີຄວາມຫຍຸ້ງຍາກຫຼາຍດ້ານ, ບວກໃສ່ກັບໄພທຳມະຊາດ ແລະ
ພະຍາດໂຄວິດ-19 ລະບາດ ແລະ
ບັນຫາອື່ນໆແຕ່ກໍເຫັນວ່າໃນທົ່ວ
ແຂວງໄດ້ພ້ອມກັນພະຍາຍາມ ບຸກບືນ, ສູ້ຊົນດ້ວຍຄວາມຮັບຜິດ
ຊອບສູງເພື່ອໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້; ດ້ານວຽກງານ
ວັດທະນະທໍາ-ສັງຄົມກໍໄດ້ຮັບ
ການເອົາໃຈໃສ່ ແລະ ມີການຂະ
ຫຍາຍຕົວຕໍ່ເນື່ອງ, ທັງໝົດນັ້ນ
ລ້ວນແຕ່ເປັນການປະກອບສ່ວນ
ສໍາຄັນ ເຮັດໃຫ້ແຂວງຄຳມ່ວນມີ ສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບດີຂຶ້ນ.
ໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ
ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກ ບາງວຽກງານຈຸດສຸມຈຳນວນ ໜຶ່ງ ເປັນຕົ້ນແມ່ນເພີ່ມທະວີການ ນໍາພາດ້ານການເມືອງ-ແນວຄິດ ຂອງພະນັກງານ ແລະ ປະຊາຊົນ ໃຫ້ໜັກແໜ້ນ ເຂັ້ມແຂງ, ສືບຕໍ່
ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ
ພັກ ແລະ ຮີບຮ້ອນດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນ ໃຫ້ສຳເລັດ ເພື່ອກະກຽມໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ
ພັກ, ເພີ່ມທະວີສະຕິລະວັງຕົວໃຫ້ ຫຼາຍຂຶ້ນກວ່າເກົ່າ, ຕີຖອຍບັນຫາ
ສິ່ງຫຍໍ້ທໍ້ ແລະ ຫາງສຽງທີ່ເກີດ ຂຶ້ນໃນຂົງເຂດການບໍລິຫານ-ຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມ ເພື່ອບໍ່ ໃຫ້ພວກຄົນບໍ່ດີສວຍໃຊ້ໂຄສະ ນາໂຈມຕີ.
ສືບຕໍ່ເຊື່ອມຊຶມ ແລະ ຜັນຂະ ຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານໃຫ້ເລິກເຊິ່ງ, ແຂງ
ແຮງ, ສືບຕໍ່ຫັນລົງກໍ່ສ້າງຮາກ ຖານຢ່າງຕໍ່ເນື່ອງ ແລະ ແຂງແຮງ
ກວ່າເກົ່າ ແລະ ເຮັດແນວໃດໃຫ້
ທົ່ວສັງຄົມມີສ່ວນເຂົ້າຮ່ວມໃນ ວຽກງານດັ່ງກ່າວໃຫ້ເປັນຂະ ບວນກວ້າງຂວາງ ແລະ ຟົດຟື້ນ ໃນທົ່ວແຂວງ. ສືບຕໍ່ປັບປຸງ, ສັບ
ຊ້ອນກົງຈັກການຈັດຕັ້ງຕາມທິດ
ກະທັດຮັດ, ເຂັ້ມແຂງ ແລະ ມີປະ ສິດທິພາບ.
ສືບຕໍ່ຍູ້ແຮງຂະບວນການຜະ
ລິດເປັນສິນຄ້າໃຫ້ແຂງແຮງຂຶ້ນ
ກວ່າເກົ່າ, ດຶງດູດການລົງທຶນ
ຂອງຕ່າງປະເທດ ເພື່ອຂຸດຄົ້ນທ່າ
ແຮງບົ່ມຊ້ອນດ້ວຍຫຼາຍວິທິ, ແກ້
ໄຂຂອດທີ່ບໍ່ຈຳເປັນໃຫ້ໄດ້ໂດຍ
ໄວ, ຍູ້ແຮງຂະບວນການສ້າງ ວຽກເຮັດງານທຳຂອງປະຊາຊົນ ໃຫ້ແຂງແຮງທົ່ວເຖິງ, ເອົາໃຈ ໃສ່ຄຸ້ມຄອງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມໃຫ້ ເຂັ້ມງວດແຕ່ຫົວທີ, ເອົາໃຈໃສ່ປະ
ຕິບັດບັນດາຄາດໝາຍສູ້ຊົນທີ່
ແຂວງໄດ້ກຳນົດໄວ້ໃຫ້ບັນລຸເປັນ
ຈິງ, ໂດຍສະເພາະການແກ້ໄຂ
ຄວາມທຸກຍາກຂອງປະຊາຊົນ ໃຫ້ເປັນຮູບປະທຳ.
ສືບຕໍ່ຍູ້ຂະບວນການດ້ານ ຕ່າງໆໃຫ້ແຂງແຮງກວ່າເກົ່າ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຂອງຕົນໄດ້ຮັບຮອງ ຕິດພັນກັບການເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້
ຕ່າງໆໃຫ້ໝົດໄປເທື່ອລະກ້າວ ໂດຍປຸກລະດົມປະຊາຊົນໃຫ້ມີ
ສ່ວນຮ່ວມ ແລະ ສືບຕໍ່ຊຸກຍູ້ປະ ຊາຊົນທໍາການຜະລິດເປັນສິນຄ້າ ແກ້ໄຂຄວາມທຸກຍາກ ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
ເອົາໃຈໃສ່ກະກຽມບົດລາຍ ງານການເມືອງ ໂດຍເນັ້ນໃສ່ການ
ສະຫຼຸບຕີລາຄາສະພາບການພັດ
ທະນາເສດຖະກິດ-ສັງຄົມໃນໄລ
ຍະຜ່ານມາ, ສາເຫດທີ່ຍັງບໍ່ສາ ມາດບັນລຸໄດ້ ເພື່ອເປັນພື້ນຖານ ໃນການກຳນົດທິດທາງແກ້ໄຂໃນ ຕໍ່ໜ້າ, ສະເພາະແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຕ້ອງສົມທົບກັບແຕ່ລະເມືອງ ແລະ ຂະແໜງການເພື່ອເຮັດໃຫ້ການກຳນົດຄາດໝາຍພັດທະນາ ແຕ່ລະດ້ານສອດຄ່ອງກົມກຽວ ກັນສາມາດຈັດຕັ້ງປະຕິບັດຕົວ ຈິງໄດ້. ການດຳເນີນຊີວິດການ ເມືອງພາຍໃນພັກຕ້ອງເອົາໃຈ
ໃສ່ຢ່າງແຂງແຮງ, ການຕຳນິສົ່ງ
ຂ່າວໃຫ້ມີລັກສະນະສຶກສາອົບ ຮົມ, ຕໍ່ສູ້, ສ້າງສັນຫຼີກລ່ຽງການ ທັບຖົມໂຈມຕີເຊິ່ງກັນ ແລະ ກັນ.
ສໍາລັບການກະກຽມບຸກຄະລາ ກອນເຂົ້າໃນຄະນະພັກໃຫ້ອີງ
ໃສ່ມາດຖານ, ເງື່ອນໄຂທີ່ກຳນົດ ໄວ້ໃນມະຕິກົມການເມືອງສູນ ກາງພັກວາງອອກ, ສູ້ຊົນປະຕິ ບັດຕາມທິດຫັນເປັນໜຸ່ມແໜ້ນ,
ມີເພດຍິງ, ຊົນເຜົ່າໃນອັດຕາສ່ວນ
ທີ່ເໝາະສົມ, ການແບ່ງຄວາມຮັບ
ຜິດຊອບໃຫ້ຄະນະປະຈຳແຕ່ລະ ຂັ້ນປະຕິບັດຕາມຄຳສັ່ງແນະນຳ ເລກທີ 11/ຄລສພ ວ່າດ້ວຍການ
ຄາດຄະເນແບ່ງຄວາມຮັບຜິດ ຊອບຂອງຄະນະປະຈຳແຕ່ລະຂັ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















