ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ຖອດຖອນແລກປ່ຽນບົດຮຽນການສ້າງກອງວັດທະນະທຳ ຢູ່ກອງພັນ 705
ເວລາອອກຂ່າວ: 2020-07-13 14:17:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ຕົ້ນເດືອນ ກໍລະກົດ ນີ້, ສະ ຫາຍ ພັນໂທ ປອ ສອນໄຊ ຈັນຍາ ລາດ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 1 ໄດ້ນຳພາຄະນະອະ ນຸກຳມະການກວດກາກອງວັດ ທະນະທຳ ແລະ ຕົວແທນກອງ ວັດທະນະທຳ 7 ຫົວໜ່ວຍກົມ ກອງຂອງກອງພົນທີ 1 ໄດ້ເຄື່ອນ ໄຫວກວດກາແລກປ່ຽນບົດຮຽນ ການສ້າງກົມກອງວັດທະນະທຳ ຢູ່ກອງພັນ 705 ທີ່ຂຶ້ນກັບກອງ ພັນໃຫຍ່ 11 ເຊິ່ງໃຫ້ການຕ້ອນ ຮັບຢ່າງອົບອຸ່ນຂອງ ສະຫາຍ ພັນ ເອກ ພອນມີໄຊ ສີວົງຊຳ ຮອງເລ ຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11 ແລະ ສະຫາຍ ພັນໂທ ຄຳແພງ ມີລາວັນ ຫົວໜ້າ ການເມືອງກອງພັນ 705 ພ້ອມ ຄະນະ. ໃນພິທີ, ຄະນະຜູ້ແທນກອງພົນ ທີ 1 ກໍໄດ້ຮັບຟັງການລາຍງານ ຫຍໍ້ຈາກສະຫາຍຫົວໜ້າການ ເມືອງກອງພັນ 705 ກ່ຽວກັບ ການກຳເນີດ-ເຕີບໃຫຍ່ຂະຫຍາຍ ຕົວ ແລະ ການເຄື່ອນໄຫວຈັດຕັ້ງ ປະຕິບັດພາລະບົດບາດ ໜ້າທີ່ ຄວາມຮັບຜິດຊອບຂອງກົມກອງ ໃນການປະກອບສ່ວນປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ແລະ ຜົນສຳເລັດໃນ ການປັບປຸງກໍ່ສ້າງກົມກອງໃນ ແຕ່ລະດ້ານ, ເຮັດໃຫ້ກົມກອງ ກາຍເປັນກົມກອງຕົວແບບ, ກອງ ວັດທະນະທຳ-ນັກຮົບວັດທະນະ ທຳ ຫຼາຍສະໄໝ ຈາກນັ້ນ, ສອງ ຝາຍກໍໄດ້ປຶກສາຫາລືແລກປ່ຽນ ບົດຮຽນດ້ານດີທີ່ຕັ້ງໜ້າ ແລະ ຂອດຄົງຄ້າງຕ່າງໆ,​ຄວາມເອົາ ໃຈໃສ່ຂອງຄະນະພັກ-ຄະນະບັນ ຊາໃນການຊີ້ນຳປັບປຸງກໍ່ສ້າງ ກອງວັດທະນະທຳ-ນັກຮົບວັດ ທະນະນຳ ຕິດພັນແໜ້ນກັບວຽກ ງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດ ໃສປອດໄພ ປອດຄະດີ ແລະ ຂອບ ເຂດວຽກງານອົງການຈັດຕັ້ງມະ ຫາຊົນ ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ​ ແລະ ວຽກງານອື່ນໆ ທີ່ປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ. ເປັນການແລກ ປ່ຽນຄວາມຮູ້, ແລກປ່ຽນປະສົບ ການ ເພື່ອພ້ອມກັນນຳເອົາບົດ ຮຽນອັນດີນຳໄປປັບປຸງແກ້ໄຂ ແລະ ພັດທະນາບັນດາກົມກອງ ຂຶ້ນກັບກອງພົນທີ 1 ໃຫ້ເຕີບໃຫຍ່ ເຂັ້ມແຂງ ເພື່ອສູ້ຊົນສ້າງໃຫ້ໄດ້ ກົມກອງຕົວແບບ, ກົມກອງວັດ ທະນະທຳ-ນັກຮົບວັດທະນະທຳ, ຕາມທິດຊີ້ນຳຂອງກະຊວງປ້ອງ ກັນປະເທດ ກໍຄືຄະນະພັກກອງ ພົນທີ 1 ວາງອອກ. ການເຄື່ອນໄຫວຢ້ຽມຢາມ ພົບ ປະແລກປ່ຽນບົດຮຽນໃນຄັ້ງນີ້, ເປັນການຫັດແໜ້ນຄວາມສາມັກ ຄີທີ່ເປັນມູນເຊື້ອມາແຕ່ດົນນານ, ສ້າງໄດ້ຄວາມຮັກແພງ, ໄມຕີຈິດ ມິດຕະພາບ ອັນດູດດື່ມ ແລະ ເປັນ ການເພີ່ມພູນຄູນສ້າງມູນເຊື້ອອັນ ດີງາມດັ່ງກ່າວໃຫ້ສູງຂຶ້ນເລື້ອຍໆ ໂອກາດນີ້, ທາງຄະນະພັກ-ຄະ ນະບັນຊາກອງພັນ 705 ກໍໄດ້ນຳ ພາຄະນະຜູ້ແທນກອງພົນທີ 1 ເຄື່ອນໄຫວຢ້ຽມຢາມຄ້າຍຄູ, ຫ້ອງການ, ບັນດາເຮືອນນອນ, ເຮືອນຄົວລວມ​ແລະ ສະຖານທີ່ ທຳການຜະລິດ ປູກຝັງ-ລ້ຽງສັດ ຂອງກົມກອງຕື່ມອີກ. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ