ຣັດເຊຍສົ່ງເຮືອດຳນ້ຳ ຫຼຸມດຳ ເຂົ້າຊ່ອງແຄບເຄີຣຊ
ເວລາອອກຂ່າວ: 2018-12-11 09:58:56 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349219350 | ຄວາມນິຍົມ:
ສຳນັກຂ່າວ ເດິຊັນ ລາຍ ງານເມື່ອວັນທີ 9 ທັນວາ 2018 ນີ້ວ່າ: ກອງທັບຣັດເຊຍໄດ້ສົ່ງ ເຮືອດໍານໍ້າລໍາໜຶ່ງແລ່ນອອກ ຈາກເມືອງທ່າເຮືອໃນກຼືມ ມຸ່ງ ໜ້າໄປຍັງຊ່ອງແຄບເຄີຣຊ ທ່າມ ກາງສະຖານະການເຄັ່ງຕຶງຄັ້ງ ໃໝ່ລະຫວ່າງຣັດເຊຍ ກັບອູ ແກຣນ ນັບຕັ້ງແຕ່ເຮືອລາດຕະ ເວນຣັດເຊຍຍິງໃສ່ເຮືອ ແລະ ຍຶດເຮືອ 3 ລໍາຂອງກອງທັບ ເຮືອອູແກຣນ ທີ່ຈະແລ່ນຜ່ານ ຊ່ອງແຄບເຄີຣຊ ພ້ອມທັງຄວບ ຄຸມໂຕທະຫານເຮືອອູແກຣນ 24 ຄົນ ເທິງເຮືອທັງ 3 ລໍາຕັ້ງແຕ່ ວັນທີ 25 ພະຈິກ ຜ່ານມານີ້.
ສຳນັກຂ່າວເດິຊັນ ແຈ້ງຕື່ມ ວ່າ: ມີຄົນເຫັນເຮືອດໍານໍ້າຣັດ ເຊຍລໍາໜຶ່ງ ທີ່ກອງທັບເຮືອສະ ຫະລັດເອີ້ນວ່າ “ຫຼຸມດໍາ” ເນື່ອງ ຈາກເປັນເຮືອດໍານໍ້າທີ່ເຄື່ອນທີ່ ໄດ້ງຽບທີ່ສຸດກໍາລັງແລ່ນອອກ ຈາກເມືອງທ່າເຮືອສໍາຄັນ Sevastopol ແຄມຝັ່ງທະ ເລດໍາ ໂດຍເຮືອດໍານຳ້ລໍານີ້ຂອງ ຣັດເຊຍ ນອກຈາກມີປະຫວັດ ຍາວນານ ແລະ ໂດ່ງດັງໃນເລື່ອງ ຄວາມງຽບແລ້ວຍັງມີສັກກະຍາ ພາບໃນການລ່ອງຫົນໄປຢ່າງ ວ່ອງໄວລວມທັງການເຄື່ອນທີ່ ໃຕ້ນໍ້າໃນລະດັບຕື້ນອີກດ້ວຍ.
ເຮືອດໍານໍ້າດັ່ງກ່າວຂອງຣັດ ເຊຍ ມີຄວາມຍາວ 72,5 ແມັດ ແລະ ກວ້າງ 9,6 ແມັດ ມີທະ ຫານເຮືອປະຈໍາການ 53 ຄົນ ຖືກນໍາມາໂພສໃນທະວິດເຕີຂອງ ຜູ້ໃຊ້ບັນຊີຊື່ “Capt” ຈາກນັ້ນ ທ່ານ ອີຣິກ ໂມຣິໂນ ອະດີດ ທະຫານເຮືອປະຈໍາເຮືອດໍານໍ້າ ຂອງສະຫະລັດ ແລະ ຜູ້ຊ່ຽວ ຊານດ້ານເຮືອດໍານຳ້ເຊື່ອວ່າ ເຮືອດໍານໍ້າຂອງຣັດເຊຍລໍານີ້ກໍາ ລັງມຸ້ງໜ້າໄປຍັງຊ່ອງແຄບ ເຄີຣຊ ເຊິ່ງແຍກທະເລດໍາອອກ ຈາກທະເລອາຊອຟ ໂດຍເປັນບໍ ລິເວນທີ່ກອງທັບຣັດເຊຍຄວບ ຄຸມຕົວທະຫານເຮືອອູແກຣນ ແລະ ຍຶດເຮືອກອງທັບອູແກຣນ ເອົາໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ