38 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການສານທະຫານຂັ້ນສູງກອງທັບປະຊາຊົນລາວ.
ເວລາອອກຂ່າວ: 2020-07-13 14:41:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ສາຍສະ ໝອນ ກິລືໄຊ ຮອງຫົວໜ້າອົງ ການສານທະຫານຂັ້ນສູງກອງ ທັບປະຊາຊົນລາວ ໃຫ້ສຳພາດຕໍ່ ກັບນັກຂ່າວໜັງສືພິມກອງທັບ ວ່າ: ສານທະຫານກອງທັບປະຊາ ຊົນລາວ ມີມູນເຊື້ອແຫ່ງການກຳ
ເນີດເຕີບໃຫຍ່ຂຶ້ນພາຍຫຼັງສະຖາ ປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ສະບັບເລກທີ 107/ຄລສກ, ລົງວັນທີ 13 ກໍລະກົດ 1982 ແມ່ນວັນສ້າງຕັ້ງສານທະຫານ ເຊິ່ງມາເຖິງປັດຈຸບັນ ຄົບຮອບ 38 ປີເຕັມ. ນັບແຕ່ມື້ປະກາດສ້າງ ຕັ້ງ ເຖິງວ່າບໍ່ທັນມີນັກກົດໝາຍ ແຕ່ຂັ້ນເທິງໄດ້ສັບຊ້ອນເອົາພະ ນັກງານທີ່ໄດ້ຜ່ານການທົດສອບ ໃນແປວໄຟສົງຄາມມາຮັບຜິດ ຊອບ, ໄລຍະທຳອິດມີພະນັກງານ ທັງໝົດ 6 ຄົນ, ໂດຍແມ່ນສະ ຫາຍ ພັນເອກ ສົມລັກ ພົມມະວົງ ເປັນຫົວໜ້າ ແລະ ສະຫາຍ ພັນໂທ ກາສີ ຫຼ່ຽມຜີ ເປັນຮອງ. ພາຍຫຼັງ
ໄດ້ຮັບການສ້າງຕັ້ງຂຶ້ນ ສານທະ ຫານກໍໄດ້ຮັບການມອບໝາຍໜ້າ ທີ່ໃນການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມດ້ວຍມະຕິຄຳສັ່ງ ໂດຍຖື ເອົາຄຳສັ່ງສະບັບເລກທີ 53/ນຍ, ລົງວັນທີ 15 ຕຸລາ 1976 ຂອງ ສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການຈັບຕົວ, ການສືບ ສວນ ແລະ ການຕັດສິນຜູ້ກະທຳ ຜິດ ເປັນບ່ອນອີງ. ດ້ານການຈັດ ຕັ້ງ ແລະ ການເຄື່ອນໄຫວພິຈາລະ ນາຕັດສິນຄະດີ ເຊິ່ງແບ່ງອອກ ເປັນ 3 ພະແນກການຄື: ສານຂັ້ນ ປະນອມ, ສານຂັ້ນທ້ອງຖິ່ນ ແລະ ສານທະຫານຂັ້ນສູງ. ການພິຈາ ລະນາຄະດີຂອງສານໃນໄລຍະນີ້ ແມ່ນບົນພື້ນຖານການດຳເນີນ ການເກັບກຳຂໍ້ມູນຫຼັກຖານຈາກ ເຈົ້າໜ້າທີ່ປ້ອງກັນພາຍໃນ ແລະ ເຈົ້າໜ້າທີີ່ກົມຄະດີອາຍາກອງ ທັບ; ແຕ່ເມື່ອຄະດີເກີດຂຶ້ນກໍແຕ່ງ ຄະນະສານຂຶ້ນເພື່ອພິຈາລະນາ ຕັດສິນຄະດີ ເມື່ອຕັດສິນສຳເລັດ ຄະນະສານທີ່ຖືກແຕ່ງຕັ້ງກໍຈະສິ້ນ ສຸດໄປ ແລະ ເມື່ອຄະດີໃໝ່ເກີດ ຂຶ້ນກໍແຕ່ງຄະນະໃໝ່ຕາມຕົວຈິງ. ຄະນະສານແມ່ນໄດ້ຮັບການຕົກ ລົງແຕ່ງຕັ້ງຈາກທ່ານລັດຖະມົນ ຕີກະຊວງປ້ອງກັນປະເທດ ເຊິ່ງ ປະກອບດ້ວຍຫົວໜ້າສານຕັດ ສິນ, ຕຸລາການທະຫານສອງຄົນ ເປັນຄະນະ ແລະ ແຕ່ງຕັ້ງເຈົ້າໜ້າ ທີ່ປ້ອງກັນພາຍໃນເປັນໄອຍະ ການ. ການພິຈາລະນາຄະດີສ່ວນ
ໃຫຍ່ແມ່ນຄະດີອາຍາ, ສຳລັບ ຄະດີເບົາບາງບໍ່ຮ້າຍແຮງແມ່ນ ປະຕິບັດການດັດສ້າງ ໂດຍບໍ່ຕັດ ອິດສະຫຼະພາບແລ້ວປະກອບຄືນ ໃຫ້ບັນດາກົມກອງ, ກຳລັງຫຼວງ ແລະ ທ້ອງຖິ່ນ.
ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນສະເພາະໜ້າ ແລະ ຍາວ ນານ, ທັງປັບປຸງກໍ່ສ້າງກົມກອງ ແລະ ການຍົກລະດັບຄວາມຮູ້- ຄວາມສາມາດ ສານທະຫານໄດ້ ປະສານກັບກະຊວງຍຸຕິທຳ ນຳ ສົ່ງພະນັກງານໜຸ່ມນ້ອຍທີ່ມີລະ ດັບການສຶກສາ, ມີຄວາມກ້າວ ໜ້າໃນວຽກງານຕົວຈິງ ໄປຮໍ່າ ຮຽນຍົກລະດັບໄລຍະສັ້ນ ແລະ ກໍ່ສ້າງຍາວນານ ທັງພາຍໃນ ແລະ ຕ່າງປະເທດ. ໄລຍະແຕ່ປີ 1982 - 1989 ມີບັນດາທ່ານທີ່ ຖືກແຕ່ງຕັ້ງເປັນຫົວໜ້າສານທະ ຫານຄື: ສະຫາຍ ພັນເອກ ສົມລັກ ພົມມະວົງ (1982 - 1983), ສະ
ຫາຍ ພົນຈັດຕະວາ ປະດິດ ທ່ຽງ ທຳ (1983 - 1986), ສະຫາຍ ພັນເອກ ກາສີ ຫຼ່ຽມຜີ (1986 - 1989).
ວັນທີ 15 ສິງຫາ 1991 ລັດ ຖະທຳມະນູນສະບັບທຳອິດຂອງ ສປປ ລາວ ໄດ້ຖືກນຳໃຊ້ຢ່າງເປັນ ທາງການ, ໃນນັ້ນມາດຕາ 65 ໄດ້ກຳນົດວ່າ: ‘‘ສານປະຊາຊົນ ແມ່ນອົງການຕຸລາການ ປະກອບ ດ້ວຍສານປະຊາຊົນສູງສຸດ, ສານ ປະຊາຊົນແຂວງ, ກຳແພງນະ ຄອນ, ສານປະຊາຊົນເມືອງ ແລະ ສານທະຫານ’’ ນັບແຕ່ນັ້ນມາລະ ບົບສານຢູ່ ສປປ ລາວ ໄດ້ຮັບ ການສ້າງຕັ້ງຂຶ້ນຢ່າງເປັນລະບົບ ແຕ່ຂັ້ນສູນກາງລົງຮອດທ້ອງ ຖິ່ນ. ສານແມ່ນລະບົບໜຶ່ງຂອງ ອົງການອຳນາດແຫ່ງລັດ, ມີພາ ລະບົດບາດດຳເນີນການພິພາກ ສາຄະດີ ແນໃສ່ເພີ່ມທະວີນິຕິທຳ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ, ຈຳກັດ ແລະ ສະກັດກັ້ນການກະທຳຜິດ ແລະ ການລະເມີດກົດໝາຍ; ສານປະ ຊາຊົນສູງສຸດເຮັດໜ້າທີ່ມະຫາ ພາກຊີ້ນຳທາງດ້ານກົດໝາຍຕໍ່ ສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ.
ເພື່ອໃຫ້ສອດຄ່ອງຕາມລັດຖະ ທຳມະນູນ ແລະ ກົດໝາຍ ລັດຖະ ມົນຕີກະຊວງປ້ອງກັນປະເທດ ຈຶ່ງ
ຕົກລົງສ້າງຕັ້ງສານທະຫານພາກ ເໜືອ, ສານທະຫານພາກໃຕ້ ຂຶ້ນ ຕາມມະຕິຕົກລົງ ສະບັບເລກທີ 872/ກປທ, ລົງວັນທີ 24 ກໍລະ ກົດ 1992 ໂດຍມອບສິດຄຸ້ມຄອງ ໃຫ້ກອງບັນຊາການທະຫານ ແຂວງຫຼວງພະບາງ ແລະ ກອງ ບັນຊາການທະຫານແຂວງຈຳ ປາສັກ, ປະກາດສ້າງຕັ້ງສານທະ ຫານພາກກາງ ໃນວັນທີ 20 ກຸມ ພາ 2007 ຕາມມະຕິຕົກລົງສະ ບັບເລກທີ 694/ກປທ, ລົງວັນ ທີ 03 ເມສາ 2006 ແລະ ມອບ ສິດຄຸ້ມຄອງໃຫ້ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ.
ຜູ້ທີ່ຖືກແຕ່ງຕັ້ງເປັນຫົວໜ້າ ສານທະຫານພາກ ມີຄື: ສະຫາຍ ພັນໂທ ແສງທອງ ມະນີພອນ ຫົວ ໜ້າສານທະຫານພາກເໜືອ, ສະ ຫາຍ ພັນໂທ ວິກອນ ແກ້ວຕັນດາ ຮອງຫົວໜ້າສານທະຫານພາກ ເໜືອ, ສະຫາຍ ພັນໂທ ໄມພອນ ເພັດສະວົງ ຫົວໜ້າສານທະຫານ ພາກໃຕ້, ສະຫາຍ ພັນໂທ ຄຳແດງ ແສງຈັນດາ ຮອງຫົວໜ້າສານ ທະຫານພາກໃຕ້, ສະຫາຍ ພັນໂທ ບຸນຍູ້ ພົມມະວັນ ຫົວໜ້າສານທະ ຫານພາກກາງ ແລະ ສະຫາຍ
ພັນໂທ ສິງທອງ ຄຳປະເສີດ ຮອງ
ຫົວໜ້າສານທະຫານພາກກາງ.
ໄປພ້ອມໆກັບການເຕີບໃຫຍ່ ຂະຫຍາຍຕົວທາງດ້ານການຈັດ ຕັ້ງ-ບຸກຄະລາກອນຂອງສານທະ ຫານ ໄດ້ມີການເພີ່ມຂຶ້ນເທື່ອລະ ກ້າວ ໂດຍປະກອບມີຫົວໜ້າ, ບັນ ດາຮອງຫົວໜ້າສານທະຫານ, ພະນັກງານວິຊາການ ແລະ ພະ ນັກງານບໍລິຫານອື່ນໆ ເຊິ່ງຄຸນ ວຸດທິຄື: ປະລິນຍາໂທ 1 ຄົນ, ປະລິນຍາຕີ 1 ຄົນ, ຊັ້ນສູງ 11 ຄົນ, ບຳລຸງ 14 ຄົນ ແລະ ພະນັກ ງານບໍລິຫານອື່ນໆ 18 ຄົນ.
ຄະນະນຳຂອງສານທະຫານ ຂັ້ນສູງ ໄດ້ເອົາໃຈໃສ່ຊີ້ນຳ-ນຳ ພາການເຄື່ອນໄຫວວຽກງານ ເພື່ອຮັບປະກັນການປະຕິບັດໜ້າ ທີ່ໃຫ້ມີຄວາມເຂັ້ມແຂງຢ່າງຮອບ ດ້ານ ແລະ ຮັບປະກັນຄວາມຍຸຕິ ທຳ ໂດຍໄດ້ເລັ່ງໃສ່ການດຳເນີນ ຄະດີອາຍາ ແລະ ການດຳເນີນຄະ ດີແພ່ງ, ຫຼີກລ່ຽງການສວຍໃຊ້ ຊ່ອງຫວ່າງຂອງກົດໝາຍ ໂດຍ ປະກອບຄະນະສານຕັດສິນໜຶ່ງ ຄົນເປັນປະທານ, ອີກສອງຄົນ ເປັນຄະນະ ແລະ ຈ່າສານເຮັດໜ້າ ທີ່ຊ່ວຍຄະນະສານໃນການບັນທຶກ ແລະ ກະກຽມກອງປະຊຸມສານ. ເພື່ອເຮັດໃຫ້ສອດຄ່ອງກັບກົດ ໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳ ເນີນຄະດີອາຍາ ປີ 2003 ທີ່ໄດ້ ກຳນົດໃຫ້ສານທະຫານພິຈາລະ ນາຕັດສິນຄະດີອາຍາຢູ່ສານທະ ຫານແຕ່ລະຂັ້ນ ເຊິ່ງປະກອບດ້ວຍ ຜູ້ພິພາກສາສາມຄົນ, ຄົນໜຶ່ງເປັນ ປະທານ ແລະ ອີກສອງຄົນເປັນ ຄະນະ.
ຜູ້ທີ່ຖືກແຕ່ງຕັ້ງເປັນປະທານ ສານທະຫານຂັ້ນສູງ ແຕ່ປີ 1992 ເຖິງປັດຈຸບັນ ມີຄື:
ສະຫາຍ ພົນຈັດຕະວາ ພົມມະ ຈັກ ສຸດທິສານ (1992 - 2002),
ສະຫາຍ ພົນຈັດຕະວາ ປະເສີດ ສຸກກະເສີມ (2002 - 2010), ສະຫາຍ ພົນຈັດຕະວາ ຄຳຜາງ ກອງຈັນແສງ (2010 - 2016) ແລະ ສະຫາຍ ພົນຈັດຕະວາ ບຸນ ຍົງ ດາດົງໄຊ (2016 - ປັດຈຸ ບັນ).
ວັນທີ 17 ທັນວາ 2003 ກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຕົກລົງຮັບຮອງ ແລະ ປະກາດ ໃຊ້ກົດໝາຍ ວ່າດ້ວຍ ສານທະ ຫານ ໂດຍມາດຕາ 2 ໄດ້ກຳນົດ ວ່າ: ສານທະຫານແມ່ນອົງການພິ ພາກສາໜຶ່ງໃນລະບົບສານປະຊາ ຊົນ ແຫ່ງ ສປປ ລາວ ທີ່ສ້າງຕັ້ງ ຂຶ້ນໃນກອງທັບປະຊາຊົນລາວ, ມີພາລະບົດບາດດຳເນີນການຕັດ ສິນ ແລະ ພິພາກສາຄະດີອາຍາ ກ່ຽວກັບການກະທຳຜິດທີ່ເກີດຂຶ້ນ ໃນຂົງເຂດຄວາມຮັບຜິດຊອບ ວຽກງານຮອບດ້ານຂອງທະ ຫານ, ໃນກຳລັງປະກອບອາວຸດ ປ້ອງກັນຊາດ ແລະ ຕໍ່ບຸກຄົນ ນອກກອງທັບ ໃນຂອບເຂດຍຸດ ທະສາດການທະຫານ ແລະ ຂອບ ເຂດຕັ້ງທັບຂອງທະຫານ. ມາດ ຕາ 3 ຄະດີທີ່ນຳມາພິຈາລະນາ ຢູ່ສານທະຫານແມ່ນຄະດີທີ່ພົວ ພັນເຖິງການກະທຳຜິດທາງອາ ຍາຂອງນາຍ ແລະ ພົນທະຫານ, ກຳມະກອນ ແລະ ພາລະກອນ ປ້ອງກັນຊາດ, ກຳລັງສຳຮອງ, ກຳລັງປ້ອງກັນຕົວ, ກອງຫຼອນ ແລະ ບຸກຄົນທີ່ພວມເຮັດໜ້າທີ່ໃນ ໄລຍະເຝິກອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ ຫຼື ລາດຕະເວນ ເຊິ່ງກອງທັບເປັນ ຜູ້ຄຸ້ມຄອງໂດຍກົງ ແລະ ການກະ ທຳຜິດທາງອາຍາຂອງບຸກຄົນ ນອກກອງທັບທີ່ກໍ່ຄວາມເສຍ ຫາຍຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມລັບທາງການທະຫານ ແລະ ຕໍ່ຜົນປະໂຫຍດຂອງກອງ ທັບ, ຊີວິດ, ຊັບສິນ, ສຸຂະພາບ ຫຼື ກຽດສັກສີຂອງນາຍ ແລະ ພົນທະ ຫານ. ມາດຕາ 6 ການພິຈາລະ ນາຕັດສິນຂອງສານທະຫານມີ ສອງຂັ້ນຄື: ຂັ້ນຕົ້ນ ແລະ ຂັ້ນອຸ ທອນ; ສານທະຫານພາກຕັດສິນ ເປັນຂັ້ນຕົ້ນ; ສານທະຫານຂັ້ນສູງ ພິພາກສາເປັນຂັ້ນອຸທອນ ແລະ ສານປະຊາຊົນສູງສຸດ ພິຈາລະນາ ພິພາກສາຄະດີເປັນຂັ້ນລົບລ້າງ ທາງດ້ານກົດໝາຍ.
ດັ່ງທີ່ຮູ້ນຳກັນແລ້ວວ່າ: ສານ ທະຫານແມ່ນອົງການພິພາກສາ ໜຶ່ງໃນລະບົບສານປະຊາຊົນ ແຫ່ງ
ສປປ ລາວ, ມີພາລະບົດບາດໃນ ການພິຈາລະນາຕັດສິນ ຫຼື ພິພາກ ສາຄະດີອາຍາ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 3 ຂອງກົດໝາຍ ວ່າດ້ວຍສານທະຫານ ເພື່ອຮັບປະ ກັນຄວາມຍຸຕິທຳ, ຈຳກັດ ແລະ ສະກັດກັ້ນການລະເມີດລະບຽບ ກົດໝາຍ ແນໃສ່ປົກປັກຮັກສາ ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ມູນເຊື້ອ, ລະບຽບວິໄນ ແລະ ກຳລັງແຮງສູ້ຮົບຂອງກອງ ທັບ, ປົກປັກຮັກສາສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ, ກຳລັງ ສຳຮອງ, ກຳລັງປ້ອງກັນຕົວ, ກອງຫຼອນ ແລະ ພົນລະເມືອງ.
ຖັນແຖວພະນັກງານຂອງສານ ທະຫານ ນັບແຕ່ມື້ກໍ່ຕັ້ງແມ່ນມີ ບາດກ້າວເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະ ພາບ, ແມ່ນຜູ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາ ຊົນ, ຈົງຮັກພັກດີຕໍ່ພັກ-ຕໍ່ປະຊາ ຊົນ; ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກ ສາ, ຈ່າສານ ແລະ ວິຊາການ ຂອງສານທະຫານ ແມ່ນມີຈັນຍາ ບັນ, ຈັນຍາທຳ, ມີຄວາມໂປ່ງໃສ, ຍຸຕິທຳ ໃນການພິຈາລະນາຕັດສິນ ແລະ ພິພາກສາຄະດີ ອັນໄດ້ເຮັດ ໃຫ້ຄູ່ຄວາມພໍໃຈຕໍ່ການສຶກສາອົບ ຮົມໄກ່ເກ່ຍ ແລະ ຍອມຮັບຕໍ່ການ ຕັດສິນຂອງສານ. ດັ່ງຄຳຂວັນ ຂອງສານ ‘‘ພະນັກງານຂອງສານ ບໍລິການດ້ວຍຄວາມຍີ້ມແຍ້ມ ແຈ່ມໃສ ຈະຊ່ວຍແກ້ໄຂຄະດີໄດ້ ບາດກ້າວໜຶ່ງ, ເຮັດວຽກດ້ວຍ ຄວາມສັດຊື່ບໍລິສຸດຄືບາດກ້າວ ທຳອິດຂອງການຕັດສິນຄະດີຖືກ ຕ້ອງ’’, ຜູ້ພິພາກສາເປັນຜູ້ຮັກສາ ຄວາມຍຸຕິທຳ ແລະ ສິນທຳ, ສີດຳ ສີຂາວຕ້ອງຈຳແນກຈະແຈ້ງ, ບໍ່ ລະເວັ້ນອຳນາດ, ບໍ່ປະໝາດສາ ມັນຊົນ ເຖິງຊີວິດຈະຍາກຈົນແຕ່ ໃຈຕົນບໍ່ໝົ່ນໝອງ’’ ໄປຄຽງຄູ່ກັບ ການສູ້ຊົນເຮັດສຳເລັດໜ້າທີ່ວິຊາ ສະເພາະແລ້ວ ຍັງໄດ້ເອົາໃຈໃສ່ ປັບປຸງກໍ່ສ້າງກົມກອງໃຫ້ກາຍ ເປັນກອງປອດໃສ, ປອດໄພ, ປອດຄະດີ ແລະ ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງໄດ້ຮັບການຍ້ອງຍໍສັນລະ ເສີນຈາກພັກ-ລັດໃຫ້ກົມກອງ ລວມໝູ່ຄື: ຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 3 ໜ່ວຍ, ຫຼຽນໄຊອິດ ສະຫຼະຊັ້ນ III ຈຳນວນ 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 3 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 8 ໜ່ວຍ, ຫຼຽນກາ ແຮງງານ ຈຳນວນ 7 ໜ່ວຍ ແລະ ການຍ້ອງຍໍຈາກພັກ-ລັດຂັ້ນ ຕ່າງໆ ຈຳນວນ 31 ໃບ ແລະ ສ່ວນ
ບຸກຄົນຢ່າງສົມກຽດ.
ຜົນງານການເຄື່ອນໄຫວ ແລະ ການປັບປຸງກໍ່ສ້າງສານທະຫານ ໃນແຕ່ລະໄລຍະນັ້ນ ແມ່ນໄດ້ຮັບ ຄວາມເອົາໃຈໃສ່ຊີ້ນຳ-ນຳພາ, ສຶກສາອົບຮົມຢ່າງໃກ້ຊິດຕິດ ແທດຂອງພັກ-ລັດ ເປັນຕົ້ນແມ່ນ ອົງຄະນະພັກກະຊວງປ້ອງກັນ ປະເທດ ກົມໃຫຍ່ການເມືອງກອງ ທັບ, ສານປະຊາຊົນສູງສຸດ ໄດ້ ສ້າງເງື່ອນໄຂ ແລະ ອຳນວຍ ຄວາມສະດວກໃຫ້ສານທະຫານ ໄດ້ເຄື່ອນໄຫວຕາມພາລະບົດ ບາດ, ໜ້າທີ່ຂອງຕົນ. ຍ້ອນຄະນະ ພັກ-ຄະນະບັນຊາ, ກຳລັງຫຼວງ, ກຳລັງທ້ອງຖິ່ນ ທີ່ກ່ຽວຂ້ອງກັບ ການດຳເນີນຄະດີຕາມຂະບວນ ການຍຸຕິທຳ ໄດ້ໃຫ້ການຮ່ວມມື ອຳນວຍຄວາມສະດວກດ້ານ ຕ່າງໆໃຫ້ແກ່ສານທະຫານ ແລະ ຍ້ອນຄະນະພັກ-ຄະນະນຳ, ຜູ້ພິ ພາກສາ, ພະນັກງານ-ນັກຮົບ ຂອງສານທະຫານແຕ່ລະຂັ້ນມີ ຄວາມສາມັກຄີ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວຽກງານທີ່ພັກ- ລັດ ແລະ ປະຊາຊົນລາວບັນດາ ເຜົ່າໄດ້ມອບໝາຍໃຫ້ ຈຶ່ງເຮັດສຳ ເລັດໜ້າທີ່ການເມືອງຂອງຕົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















