ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງປະຊຸມມອບໝາຍໜ້າທີໃຫ້ກຳລັງ ປກຊ-ປກສ ປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2020-07-22 09:44:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 405 | ຄວາມນິຍົມ:



ວັນທີ 21 ກໍລະກົດນີ້, ກະ ຊວງປ້ອງກັນປະເທດ ໄດ້ຈັດ ກອງປະຊຸມມອບໝາຍໜ້າທີ່ໃຫ້ ກຳລັງຫຼວງ-ກຳລັງທ້ອງຖິ່ນ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບເພື່ອປ້ອງກັນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XI ຂອງພັກປະຊາຊົນປະຕິ ວັດລາວທີ່ຈະໄຂຂຶ້ນໃນຕໍ່ ໜ້ານີ້ ໃຫ້ມີຄວາມສະຫງົບປອດ ໄພ 100% ໂດຍການເປັນກຽດ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງປະ ທານ ຜູ້ປະຈຳການຄະນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະ ມົນຕີກະຊວງປ້ອງກັນປະເທດ,ມີຄະນະນຳກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມ ສະຫງົບ, ຫົວໜ້າກົມໃຫຍ່, ຮອງ ຫົວໜ້າກົມໃຫຍ່, ກອງພົນ, ກອງ ບັນຊາການທະຫານແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ໄດ້ຂຶ້ນຜ່ານບົດ ລາຍງານແຜນການຂອງຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສູນກາງ ກໍຄື ຄຳສັ່ງແນະນຳຂອງກົມການ ເມືອງສູນກາງພັກ ວ່າດ້ວຍ ການ ກະກຽມ ແລະ ດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍ ສະເພາະແມ່ນກະກຽມດຳເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກ, ກໍຄືກອງປະຊຸມໃຫຍ່ຂອງຄະນະ ພັກແຂວງ ແລະ ຂັ້ນກະຊວງໃຫ້ ມີຄວາມສະຫງົບປອດໄພ ເຊິ່ງ ກອງປະຊຸມໃນຄັ້ງນີ້ມີຄວາມ ໝາຍຄວາມສຳຄັນເຊິ່ງເປັນການ ສຶບຕໍ່ຮັບປະກັນເຮັດໃຫ້ປະເທດ ຊາດມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ. ໂອກາດທີ່ມີຄວາມໝາຍສຳຄັນ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະ ເນັ້ນ ໜັກໃຫ້ບັນດາສະຫາຍທີ່ຖືກມອບ ໝາຍໜ້າທີ່ຈົ່ງພ້ອມກັນເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບ ແລະ ປະຊາຊົນບັນດາເຜົ່າ ມີນໍ້າໃຈຮັກຊາດ-ຮັກບ້ານເກີດ ເມືອງນອນ, ເປັນເຈົ້າການໃນ ການປົກປັກຮັກສາປະເທດຊາດ, ມີວິທີການສະກັດກັ້ນ, ຕອບຕ້ານ ການໂຄສະນາໃສ່ຮ້າຍປ້າຍສີຕໍ່ ແນວທາງນະໂຍບາຍຂອງພັກ ຂອງກຸ່ມຄົນບໍ່ຫວັງດີ, ເພີ່ມທະວີ ການຊີ້ນຳ-ນຳພາວຽກງານປັບ ປຸງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງກາຍເປັນກຳລັງຫຼັກ ແຫຼ່ງໃນການປ້ອງກັນໃຫ້ແກ່ ການດຳເນີນກອງປະຊຸມໃຫຍ່ຜູ້ ແທນ ທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວປະ ສົບຜົນສຳເລັດ ແລະ ມີຄວາມສະ ຫງົບປອດໄພ 100%. ໂດຍ ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ